ຍີ່ປຸ່ນ ຮຽກຮ້ອງ G20 ໃຫ້ຄໍາໝັ້ນສັນຍາຕ້ານລັດທິອາລັກຂາຄືນໃໝ່່

(VOVWORLD) -“ຄວາມບໍ່ພໍໃຈ ແລະ ບໍ່ຍຸຕິທໍາໃນເສດຖະກິດ ພວມເພີ່ມຂຶ້ນ. ພວກເຮົາພວມຢືນຢູ່ຕໍ່ໜ້າຄວາມສ່ຽງຫຼາຍທີ່ສຸດ ນັ້ນແມ່ນ ຈະກັບຄືນສູ່ໂລກປິດ ແລະ ແຕກແຍກກັນ”

ວັນທີ 17 ມັງກອນ, ທ່ານ Taro Aso ລັດຖະມົນຕີກະຊວງການເງິນ ຍີ່ປຸ່ນ ໄດ້ຮຽກຮ້ອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໃນໂລກ (G20) ໃຫ້ຄໍາໝັ້ນສັນຍາຕ້ານລັດທິອາລັກຂາ ທີ່ພວມເພີ່ມຂຶ້ນຄືນໃໝ່. ກ່າວຄໍາເຫັນໄຂກອງປະຊຸມຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານ G20  ເຊິ່ງຖືກດໍາເນີນຢູ່ນະຄອນຫຼວງ ໂຕກຽວ ປະເທດຍີ່ປຸ່ນ, ທ່ານ Taro Aso ກ່າວເຕືອນວ່າ ລັດທິອາລັກຂາ ແລະ ບັນດາຄວາມຊີນເຄີຍທາງການຄ້າບໍ່ຍຸຕິທໍາ ຈະທໍາລາຍສະຖຽນລະພາບຂອງເສດຖະກິດ. ທ່ານເນັ້ນໜັກວ່າ: “ຄວາມບໍ່ພໍໃຈ ແລະ ບໍ່ຍຸຕິທໍາໃນເສດຖະກິດ ພວມເພີ່ມຂຶ້ນ. ພວກເຮົາພວມຢືນຢູ່ຕໍ່ໜ້າຄວາມສ່ຽງຫຼາຍທີ່ສຸດ ນັ້ນແມ່ນ ຈະກັບຄືນສູ່ໂລກປິດ ແລະ ແຕກແຍກກັນ”.

        ຄໍາເຫັນຂອງທ່ານລັດຖະມົນຕີ Taro Aso ໄດ້ຍົກອອກມາໃນສະພາບທີ່ ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ນັບມື້ນັບເພີ່ມຂຶ້ນ ແລະ ເລີ່ມສົ່ງຜົນກະທົບໃສ່ກະແສເງິນລົງທຶນທົ່ວໂລກ ແລະ ການເຕີບໂຕເສດຖະກິດໃນໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ