ຍີ່​ປຸ່ນ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ໜູນ​ຊ່ວຍ​ອາ​ຟຼິກ​ກາ​ຟື້ນ​ຟູ ເສດ​ຖະ​ກິດ

(VOVWORLD) -ກອງປະຊຸມປຶກສາຫາລືບັນດາບັນຫາໃຫ້ບຸລິມະສິດພັດທະນາພາກພື້ນອາຟຼິກກາຢູ່ໂດຍປິ່ນອ້ອມ 3 ເສົາຄ້ຳຫຼັກແມ່ນ ເສດຖະກິດ, ຄວາມໝັ້ນຄົງ, ສັນຕິພາບ ແລະ ສະຖຽນລະພາບ, ເພື່ອແນໃສ່ມຸ່ງໄປເຖິງກອງປະຊຸມສຸດຍອດ TICAD ຄັ້ງທີ 8 ເຊິ່ງຄາດວ່າຈະຈັດຕັ້ງໃນເດືອນສິງຫາຈະມາເຖິງ.
 ຍີ່​ປຸ່ນ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ໜູນ​ຊ່ວຍ​ອາ​ຟຼິກ​ກາ​ຟື້ນ​ຟູ ເສດ​ຖະ​ກິດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ Yoshimasa Hayashi (ພາບ:  mofa.go.jp)

ກອງປະຊຸມສາກົນ ໂຕກຽວກ່ຽວກັບການພັດທະນາອາຟຼິກກາ (TICAD) ຂັ້ນລັດຖະມົນຕີ ໄດ້ດຳເນີນຕາມຮູບແບບທາງໄກ ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ Yoshimasa Hayashi ໃນລະຫວ່າງວັນທີ 26 – 27 ມີນາ. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ຕາງໜ້າ 50 ປະເທດ ອາຟຼິກກາ ແລະ ອົງການຊ່ວຍເຫຼືອຮ່ວມຊື່ລວມມີອົງການສປຊ ເພື່ອການພັດທະນາ  (UNDP) ແລະ ຄະນະກຳມະການສະຫະພາບອາຟຼິກກາ (AU) ພ້ອມກັບບັນດາວິສາຫະກິດເອກະຊົນຍີ່ປຸ່ນ.

ກ່າວຄຳເຫັນທີ່ວາລະໄຂກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ Yoshimasa Hayashi ໃຫ້ຮູ້ວ່າ ຍີ່ປຸ່ນໃຫ້ຄຳໝັ້ນສັນຍາ ຈະປະກອບສ່ວນຫຼາຍກ່ວາອີກເພື່ອປະຕິບັດໂຄງການດຳເນີນງານ 2063 ຂອງ ອາຟຼິກກາ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ (SDGs) ໃຫ້ປະກົດຜົນເປັນຈິງດ້ວຍຈຸດສຸມຮ່ວມມືແມ່ນມະນຸດ ແລະ ຄຸນນະພາບການເຕີບໂຕ. ຍີ່ປຸ່ນຈະສົ່ງເສີມຂົງເຂດເອກະຊົນປະເທດນີ້ເປີດກ້ວາງການລົງທຶນໃຫ້ຫຼາຍກ່ວາອີກ ເພື່ອໜູນຊ່ວຍບັນດາປະເທດອາຟຼິກກາ ຟື້ນຟູໂດນໄວ ໃນໄລຍະຄວບຄຸມ ໂລກລະບາດໂຄວິດ - 19ໄດ້.

ກອງປະຊຸມປຶກສາຫາລືບັນດາບັນຫາໃຫ້ບຸລິມະສິດພັດທະນາພາກພື້ນອາຟຼິກກາຢູ່ໂດຍປິ່ນອ້ອມ 3 ເສົາຄ້ຳຫຼັກແມ່ນ ເສດຖະກິດ, ຄວາມໝັ້ນຄົງ, ສັນຕິພາບ ແລະ ສະຖຽນລະພາບ, ເພື່ອແນໃສ່ມຸ່ງໄປເຖິງກອງປະຊຸມສຸດຍອດ TICAD ຄັ້ງທີ 8 ເຊິ່ງຄາດວ່າຈະຈັດຕັ້ງໃນເດືອນສິງຫາຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ