ຍີ່ປຸ່ນຄັດຄ້ານແວບໄຊຂອງຈີນກ່ຽວກັບໝູ່ເກາະທີ່ພວມມີການຂັດແຍ້ງກັນ

ຍີ່ປຸ່ນຄັດຄ້ານແວບໄຊຂອງຈີນກ່ຽວກັບໝູ່ເກາະທີ່ພວມມີການຂັດແຍ້ງກັນ - ảnh 1
ແວບ​ໄຊ​ຂອງ ຈີນ ກ່ຽວ​ກັບ​ໝູ່​ເກາະທີ່ພວມ​ມີ​ຄວາມຂັດ ແຍ້ງກັນ
(ພ​າບ: japantimes.co.jp)

(vovworld) – ວັນ​ທີ 4/3, ຍີ່​ປຸ່ນ ໄດ້​ຝາກ​ຈົດ​ໝາຍ​ທາງ​ການຄັດ​ຄ້ານ​ເລື່ອງ ຈີນ ເປີດ​ແວບ​ໄຊ​ດ້ວຍ​ພາ​ສາ​ອັງ​ກິດ ແລະ ພາ​ສາ ຍີ່​ປຸ່ນ ໃນ​ແວບ​ໄຊ​ຂອງ​ລັດ​ຖະ​ບານ ຈີນ, ໃນ​ນັ້ນ​ສະ​ແດງ​ອະ​ທິ​ປະ​ໄຕ​ຂອງ ປັກ​ກິ່ງ ທີ່​ມີ​ຕໍ່​ໝູ່​ເກາະ​ພວມ​ມີ​ການ​ຂັດ​ແຍ້ງ​ກັນ​ໃນ​ທະ​ເລ ຮ​ວາ​ຕູງ ເຊິ່ງ ຍີ່​ປຸ່ນ ເອີ້ນ​ວ່າ Senkaku ແລະ ຈີນ ເອີ້ນ​ວ່າ ຕຽວ​ອີ໋. ຫົວ​ໜ້າ​ຫ້ອງ​​ວ່າການ​​ລັດ​ຖະ​ບານ ຍີ່​ປຸ່ນ ທ່ານ Yoshihide Suga ຕຳ​ນິ​ຕິ​ຕຽນ​ແວບ​ໄຊ​ດັ່ງ​ກ່າວ​ແມ່ນ “​ເສກ​ສັນ​ປັ້ນ​ແຕ່ງ ແລະ ຢ້ຳຄືນ​ບັນ​ດາ​ຖະ​ແຫຼງ​ການ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ຂອງ ຈີນ” ເຊິ່ງ ໂຕ​ກຽວ “ບໍ່​ສາ​ມາດ​ຮັບ​ຮູ້​ໄດ້”.

        ໝູ່​ເກາະ Senkaku/ຕຽວ​ອີ໋ ແມ່​ນ​ໝູ່​ເກາະ​​ຕັ້ງ​ຢູ່ຫ່າງ​ຈາກ​ເກາະ​​ໃຫຍ່​ຂອງ​ແຂວງ Akinawa ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ປະ​ມານ 400 ກມ. ປະ​ຈຸ​ບັນ, ໝູ່​ເກາະ​ແຫ່ງນີ້​ໂດຍ ຍີ່​ປຸ່ນ ຄວບ​ຄຸມ, ແຕ່​ວ່າ ຈີນ ກໍ່​ຖະ​ແຫຼງ​ອະ​ທິ​ປະ​ໄຕ. ການ​ຂັດ​ແຍ້ງ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຢູ່​ໝູ່​ເກາະ​ນີ້​ເຮັດ​ໃຫ້​ການ​ພົວ​ພັນ ຈີນ - ຍີ​່​ປຸ່ນ ເຄັ່ງ​ຕຶງ​​ຂຶ້ນໃນ​ໄລ​ຍະ​ຜ່ານ​ມາ.


ຂ່າວ/ບົດ​ອື່ນ