ຍີ່ປຸ່ນ,ອາເມລິກາ,ສ.ເກົາຫຼີເຫັນດີຊຸກຍູ້ມະຕິທີ່ແຂງກະດ້າງຂອງສປຊສຳລັບສປປ.ເກົາຫຼີ

ຍີ່ປຸ່ນ,ອາເມລິກາ,ສ.ເກົາຫຼີເຫັນດີຊຸກຍູ້ມະຕິທີ່ແຂງກະດ້າງຂອງສປຊສຳລັບສປປ.ເກົາຫຼີ - ảnh 1
(ພາບ​ປະ​ກອບ)

(vovworld) –​ ວັນ​ທີ 16/01, ທີ່​ກອງ​ປະ​ຊຸມ 3 ຝ່າຍ​ລະ​ຫວ່າງ​ຍີ່​ປຸ່ນ, ອາ​ເມ​ລິ​ກາ ແລະ ສ.ເກົາ​ຫຼີ ຢູ່​ນະ​ຄອນ​ຫຼວງ ໂຕກ​ຽວ, ບັນ​ດາ​ເຈົ້າ​ໜ້າ​ທີ​ການ​ທູດ​ຂັ້​ນ​ສູງ​ຂອງ 3 ປະ​ເທດ​ໄດ້​ເຫັນ​ດີ​ນຳ​ກັນ​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ໃນ​ເລື່ອງ​ຊຸກ​ຍູ້​ມະ​ຕິ​ສະ​ບັບ​ໜຶ່ງ​ຢ່າງ​ແຂງ​ກະ​ດ້າງ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ສຳ​ລັບ​ພຽງ​ຢາງ ພາຍ​ຫຼັງ​ກໍ​ລະ​ນີ​ທົ​ດ​ລອງ​ນິວ​ເຄຼຍ ເມື່ອ​ຕົ້ນ​ເດືອນນີ້. ທີ່​ການ​ປະ​ຊຸມ​ຂ່າວ​ພາຍ​ຫຼັງ​ກອງ​ປະ​ຊຸມ​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ອາ​ເມ​ລິ​ກາ ທ່ານ Antony Blinken  ແລະ ສ.ເກົາ​ຫຼີ ​ທ່ານ Lim Sung Nam, ທ່ານລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດຍ​ີ່​ປຸ່ນ Akitaka Saiki ໃຫ​້​​ປາດ​ຖະ​ໜາວ່າ, ຈີນ ແມ່ນ​ສະ​ມາ​ຊິກ​ປະ​ຈຳ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຈະ​ຮ່ວມ​ມື​ໃນ​ການ​ຮັບ​ຮ​ອງ​ເອົາ​ມະ​ຕິ​ສະ​ບັບ​ໜຶ່ງ​ທີ່​ມີ​ເນື້ອ​ໃນ​ແຂງ​ກະ​ດ້າງ ສຳ​ລັບ​ສ​ປ​ປ.ເກົ​າ​ຫຼີ. ໃນ​ຂະ​ນະ​ນັ້ນ, ທ່ານ Blinken ຖື​ວ່າ, ສ​ປ​ປ.ເກົ​າ​ຫຼີ ໄດ້​ສ້າງ​ສິ່ງ​ທ້າ​ທາຍ​ທີ່​ໃຫ​ຍ່​ຫຼວງ​ໃນ​ພາກ​ພື້​ນ. ສ່ວນ​ທ່ານ Lim Sung Nam ໃຫ້​ຮູ້​ວ່າ, 3 ຝ່າຍ​ໄດ້​ຢືນ​ຢັນ​ຄືນ​ໃໝ່​ ພ້ອມ​ແລ້ວ​ທີ່​ຈະ​ສົມ​ທົບ​ກັນ​ຮັບ​ມື​ກັບ​ບໍ່​ວ່າ​ການ​ປະ​ທຳເກາະ​ຜິດ​ໃດໆ​ຂ​ອງ​ສ​ປ​ປ.ເກົາ​ຫຼີ.

ຂ່າວ/ບົດ​ອື່ນ