ຍີ່ປຸ່ນເຫັນດີຈັດຕັ້ງກອງປະຊຸມສຸດຍອດກັບອາຊຽນໃນປີ 2023.

(VOVWORLD) -ທ່ານນາຍົກລັດຖະມົນຕີມາເລເຊຍ Ismail Sabri Yaakob ໃຫ້ຮູ້ໃນວັນທີ 28 ພຶດສະພາວ່າ ກອງປະຊຸມສຸດຍອດອາຊຽນ - ຍີ່ປຸ່ນຈະຖືກດຳເນີນເພື່ອແນໃສ່ປຶກສາຫາລືບັນດາບັນຫາພາກພື້ນແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນປີ 2023
	     ຍີ່ປຸ່ນເຫັນດີຈັດຕັ້ງກອງປະຊຸມສຸດຍອດກັບອາຊຽນໃນປີ 2023. - ảnh 1ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Fumio Kishida ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຍີປຸ່ນເມື່ອປີກາຍນີ້

     ກ່າວຄຳເຫັນກັບວົງການນັກຂ່າວມາເລເຊຍ, ທ່ານ Ismail Sabri Yaakob ໃຫ້ຮູ້ວ່າໄດ້ຍົກອອກຂໍ້ສະເໜີດັ່ງກ່າວຕໍ່ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Fumio Kishida ໃນການພົບປະລະຫວ່າງການນຳສອງທ່ານຢູ່ໂຕກຽວກ່ອນໜ້ານັ້ນໜຶ່ງວັນ.

      ຕາມນັ້ນແລ້ວ ທ່ານນາຍົກລັດຖະມົນຕີມາເລເຊຍ Ismail Sabri Yaakob ໄດ້ສະເໜີຍີ່ປຸ່ນຄວນປະຕິບັດຄຳໝັ້ນໝາຍກັບບໍ່ສະເພາະແຕ່ ມາເລເຊຍເທົ່ານັ້ນ ຫາກຍັງປະຕິບັດກັບອາຊຽນອີກດ້ວຍ. ສ່ວນທ່ານນາຍົກລັດຖະມົນຍີ່ປຸ່ນ Fumio Kishida ກໍ່ໄດ້ເຫັນດີດຳເນີນກອງປະຊຸມໃນປີໜ້າ.

      ກ່ຽວຂ້ອງເຖິງທະເລຕາເວັນອອກ ທ່ານນາຍົກລັດຖະມົນມາເລເຊຍ Ismail Sabri Yaakob ຍັງຢືນຢັນກັບຂູ່ຕຳແໜ່ງຍີ່ປຸນວ່າ ມາເລເຊຍຈະບໍ່ຜ່ອນສັ້ນຜ່ອນຍາວ ກັບບໍ່ວ່າການນາບຂູ່ໃດໆ ສຳລັບອະທິປະໄຕແຫ່ງຊາດຢູ່ທະເລຕາເວັນອອກພ້ອມທັງຍັງຢືນຢັນວ່າ ເມື່ອແກ້ບັນຫາທີ່ສັບສົນກ່ຽວກັບການຂັດແຍ້ງທາງດ້ານອະທິປະໄຕຢູ່ທະເລຕາເວັນອອກ ແລະກ່ຽວຂ້ອງເຖິງການພົວພັນຂອງບັນດາປະເທດ, ທຸກໆປະເທດທີ່ກ່ຽວຂ້ອງຄວນໝັ້ນໝາຍຮັບປະກັນຮັກສາເສລີພາບໃນການເດີນເຮືອຢູ່ເຂດທະເລນີ້.

ຕອບກັບ

ຂ່າວ/ບົດ​ອື່ນ