ຍານອາວະກາດຂອງ ອິນເດຍ ລົງຈອດຢູ່ດວງຈັນໄດ້ສຳເລັດ

(VOVWORLD) - ອົງການຄົ້ນຄ້ວາອາວະກາດ ອິນເດຍ (ISRO) ກຳນົດ Vikram ໄດ້ລົງຈອດ ພ້ອມກັບ ໂຣບົດຕິກທີີ່ມີຊື່ວ່າ Pragyan. ບັນດາຍານພາຫະນະນີ້ໄດ້ແລ່ນດ້ວຍໄຟຟ້າແສງຕາເວນ ເພື່ອຄົ້ນຫາ ດວງຈັນ ໃນເວລາ 14 ວັນ.
 
ຍານອາວະກາດຂອງ ອິນເດຍ ລົງຈອດຢູ່ດວງຈັນໄດ້ສຳເລັດ - ảnh 1ຍານອາວະກາດ Chandrayaan 3 (ພາບ: indiatoday.in)

ສ່ວນໜຶ່ງຂອງຍານອາວະກາດ Chandrayaan 3 ຊື່ວ່າ Vikram (ຂອງ ອິນເດຍ) ໄດ້ລົງຈອດຢູ່ດວງຈັນສຳເລັດ ໃນເວລາ 17 ໂມງ 45 ນາທີຂອງວັນທີ 23 ສິງຫາ, ຕາມເວລາດິນເດຍ (ກົງກັບ 19 ໂມງ 15 ນາທີໃນວັນດຽວກັນຕາມເວລາ ຫວຽດນາມ) ພາຍຫຼັງການເດີນທາງເປັນເວລາ 40 ວັນ. ຜົນສຳເລັດຂອງ ອິນເດຍ ໄດ້ເຮັດໃຫ້ ອິນເດຍ ກາຍເປັນປະເທດທີ 4 ໃນໂລກທີ່ສົ່ງຍານລົງຈອດຢູ່ດວງຈັນໄດ້ສຳເລັດ ຖັດຈາກ ອາເມລິກາ, ຈີນ ແລະ ໂຊວຽດ ກ່ອນນີ້.

        ອົງການຄົ້ນຄ້ວາອາວະກາດ ອິນເດຍ (ISRO) ຢັ້ງຢືນວ່າ Vikram ໄດ້ລົງຈອດ ພ້ອມກັບ ຫຸ່ນຍົນນ້ອຍທີີ່ມີຊື່ວ່າ Pragyan. ບັນດາຍານພາຫະນະນີ້ໄດ້ແລ່ນດ້ວຍໄຟຟ້າແສງຕາເວນ ເພື່ອຄົ້ນຫາ ດວງຈັນ ໃນເວລາ 14 ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ