ຍາມໃດ ຫວຽດນາມ ກໍ່ມານະພະຍາຍາມຮັບປະກັນສິດທິມະນຸດຢ່າງສູງສຸດ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ແລກປ່ຽນບາງບັນຫາເຊິ່ງທ່ານເອກອັກຄະລັດຖະທູດມີຄວາມສົນໃຈ.
ຍາມໃດ ຫວຽດນາມ ກໍ່ມານະພະຍາຍາມຮັບປະກັນສິດທິມະນຸດຢ່າງສູງສຸດ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບທ່ານ Giorgio Aliberti, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນສະຫະພາບ ເອີລົບ (ອີຢູ) ປະຈຳ ຫວຽດນາມ
(ພາບ: TTXVN)

        ຕອນບ່າຍວັນທີ 03 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານ Giorgio Aliberti, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນສະຫະພາບ ເອີລົບ (ອີຢູ) ປະຈຳ ຫວຽດນາມ, ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການ.

        ຢູ່ທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ແລກປ່ຽນບາງບັນຫາເຊິ່ງທ່ານເອກອັກຄະລັດຖະທູດມີຄວາມສົນໃຈ. ໃນນັ້ນ, ສຳລັບບັນຫາສິດທິມະນຸດ, ທ່ານປະທານປະເທດຊີ້ແຈ້ງວ່າ, ນັບແຕ່ເມື່ອປະທານ ໂຮ່ຈີມິນ ກ່າວຖະແຫຼງການປະກາດເອກະລາດສ້າງຕັ້ງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ປີ 1945 ມາຮອດປະຈຸບັນ, ຍາມໃດ ຫວຽດນາມ ກໍ່ມານະພະຍາຍາມຢ່າງສູງສຸດໃນການຮັບປະກັນສິດທິມະນຸດ. ລັດຖະທຳມະນູນ 2013 ຂອງ ຫວຽດນາມ ໄດ້ກຳນົດຢ່າງຄົບຖ້ວນກ່ຽວກັບສິດທິມະນຸດ ແລະ ຫວຽດນາມ ພວມຜັນຂະຫຍາຍຢ່າງແຮງດ້ວຍຫຼາຍນະໂຍບາຍ.

        ສຳລັບບັນຫາບັດເຫຼື້ອງ IUU, ທ່ານປະທານປະເທດໃຫ້ຮູ້ວ່າ, ໃນໄລຍະຜ່ານມາ ຫວຽດນາມ ໄດ້ຜັນຂະຫຍາຍບັນດາຂໍ້ກຳນົດ, ຂໍ້ສະເໜີແນະຂອງ ອີຢູ ກໍຄືແນະນຳໃຫ້ຊາວປະມົງ ຫວຽດນາມ ປະຕິບັດຕາມຢ່າງເຂັ້ມງວດ. ທ່ານປະທານປະເທດປາດຖະໜາວ່າ ອີຢູ ຕີລາຄາຢ່າງຖືກຕ້ອງ ແລະ ຄົບຖ້ວນບັນດາຄວາມມານະພະຍາຍາມຂອງປະຊາຊົນ ແລະ ລັດ ຫວຽດນາມ ດ້ວຍເລື່ອງ ຍົກເລີກບັດເຫຼືອງ.

        ສ່ວນທ່ານເອກອັກຄະລັດຖະທູດ Giorgio Aliberti, ໃຫ້ຮູ້ວ່າ, ຂີດໝາຍໃນອາຍຸການ 4 ປີຜ່ານມາແມ່ນ ອີຢູ ແລະ ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ. ສຳລັບສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ, ອີຢູ ພວມສືບຕໍ່ຊຸກຍູ້ເພື່ອໃຫ້ບັນດາສະມາຊິກໃຫ້ສັດຕະຍາບັນສັນຍາດັ່ງກ່າວໂດຍໄວ. ກ່ຽວກັບບັນຫາບັດເຫຼືອງ IUU, ທ່ານ Giorgio Aliberti ຕີລາຄາວ່າ, ມາຮອດປະຈຸບັນ, ຫວຽດນາມ ພວມໄປຖືກທິດ ແລະ ໄດ້ມີການປົວແປງແລ້ວ. ເດືອນ ຕຸລາ ຈະມາເຖິງນີ້, ຈະມີຄະນະປະຕິບັດງານຂອງ ອີຢູ ມາຮັດວຽກກັບ ຫວຽດນາມ ກ່ຽວກັບບັນຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ