ຍູ້ແຮງການສົ່ງເສີມການທ່ອງທ່ຽວ ຫວຽດນາມ ຢູ່ບັນດາງານຕະຫຼາດນັດທ່ອງທ່ຽວສາກົນ

(VOVWORLD) - ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າການທ່ອງທ່ຽວ ຫວຽດນາມ ພວມຟື້ນຟູຢ່າງມີປະສິດທິຜົນ ເພື່ອຍູ້ແຮງວິວັດການນີ້, ກະຊວງວັດທະນະທຳ - ກິລາ - ທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ: ໃນປີນີ້, ວຽກງານສົ່ງເສີມ, ໂຄສະນາການທ່ອງທ່ຽວຈະໄດ້ຜັນຂະຫຍາຍດ້ວຍຂອບຂະໜາດໃຫຍ່, ໃນນັ້ນໜ້າທີ່ຈຸດສຸມແມ່ນຈັດ 3 ງານຕະຫຼາດນັດທ່ອງທ່ຽວສາກົນ...
ຍູ້ແຮງການສົ່ງເສີມການທ່ອງທ່ຽວ ຫວຽດນາມ ຢູ່ບັນດາງານຕະຫຼາດນັດທ່ອງທ່ຽວສາກົນ - ảnh 1ກອງປະຊຸມຜັນຂະຫຍາຍວຽກງານສົ່ງເສີມການທ່ອງທ່ຽວປີ 2024
(ພາບ:Huyền Trang/VOV)

ຕອນບ່າຍວັນທີ 10 ມີນາ, ຢູ່ ຮ່າໂນ້ຍ, ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໄດ້ຈັດ “ກອງປະຊຸມຜັນຂະຫຍາຍວຽກງານສົ່ງເສີມການທ່ອງທ່ຽວປີ 2024”. 

        ຕາມຕົວເລກຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລ້ວ, 3 ເດືອນຕົ້ນປີ 2024 ນີ້, ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນ 4,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 72% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023 ແລະ ເພີ່ມ 3,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ຈຸດເວລາກ່ອນເກີດໂລກລະບາດໂຄວິດ 19. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າການທ່ອງທ່ຽວ ຫວຽດນາມ ພວມຟື້ນຟູຢ່າງມີປະສິດທິຜົນ ເພື່ອຍູ້ແຮງວິວັດການນີ້, ກະຊວງວັດທະນະທຳ - ກິລາ - ທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ: ໃນປີນີ້, ວຽກງານສົ່ງເສີມ, ໂຄສະນາການທ່ອງທ່ຽວຈະໄດ້ຜັນຂະຫຍາຍດ້ວຍຂອບຂະໜາດໃຫຍ່, ໃນນັ້ນໜ້າທີ່ຈຸດສຸມແມ່ນຈັດ 3 ງານຕະຫຼາດນັດທ່ອງທ່ຽວສາກົນ, ລວມມີ: ງານຕະຫຼາດນັດ VITM ລອນດອນ (ຢູ່ອັງກິດ); ງານຕະຫຼາດນັດ CITM ຈີນ; ງານຕະຫຼາດນັດ ອາຊຽນ - ຈີນ. ພ້ອມນັ້ນ ແມ່ນບັນດາລາຍການແນະນຳທ່ອງທ່ຽວ ຫວຽດນາມ ຢູ່ ອາເມລິກາເໜືອ, ອົດສະຕາລີ, ຈີນ, ເອີລົບ, ອິນເດຍ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້… ທ່ານ ຫງວຽນເຈົາອ໋າ, ຜູ້ອຳນວຍການໃຫຍ່ Oxalis Adventure, ຫົວໜ່ວຍສົມທົບກັບກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ໃຫ້ຮູ້ວ່າ:

        “ຕາມທຳມະດາ, ແຂກທ່ອງທ່ຽວ ເອີລົບ ແລະ ອາເມລິກາເຄີຍຊອກຫາບັນດາສະຖານທີ່ທີ່ຢູ່ບ້ານເກີດຂອງເຂົາບໍ່ມີ. ດັ່ງນັ້ນ, ຫວຽດນາມ ແມ່ນສະຖານທີ່ເໝາະສົມ ດຶງດູດແຂກທ່ອງທ່ຽວຝ່າຍຕາເວັນຕົກມາຄົ້ນຫາການທ່ອງທ່ຽວທຳມະຊາດ, ທ່ອງທ່ຽວວັດທະນະທຳ, ບັນດາຂົງເຂດເຊິ່ງເຂົາມີຄວາມສົນໃຈ”.

ຕອບກັບ

ຂ່າວ/ບົດ​ອື່ນ