ຍູ້ແຮງວຽກງານກວດສອບບັນຊີເລື່ອງປະຕິບັດການ ສ້າງໂຄງປະກອບພື້ນຖານ ເສດຖະກິດຄືນໃໝ່

ຍູ້ແຮງວຽກງານກວດສອບບັນຊີເລື່ອງປະຕິບັດການ ສ້າງໂຄງປະກອບພື້ນຖານ ເສດຖະກິດຄືນໃໝ່ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ
(ພາບ: radiovietnam.vn)


(vovworld) - ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​​ໂຄງການ​ປະຕິບັດ​ງານປີ 2014 ຂອງອົງການກວດ​ສອບ​ບັນ​ຊີ​ແຫ່ງ​ລັດ, ​ເຊິ່ງດຳ​ເນີນ​​ໃນ​ຕອນ​ເຊົ້າ​ວັນ​ທີ 22/01, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ເໜີ​​ໃຫ້​ອົງການກວດ​ສອບ​ບັນ​ຊີ​ແຫ່ງ​ລັດ ຄວນ​ຍູ້​ແຮງ​ວຽກ​ງານກວດ​ສອບ​ບັນ​ຊີ​ການຜັນ​ຂະຫຍາຍ ​ແລະ ໝາກຜົນ​ແຫ່ງ​ການ​ປະຕິບັດສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ກວດ​ສອບບັນຊີການ​ລົງທຶນ​ພາກ​ລັດ, ບັນດາ​ກິດຈະກຳ, ​ໂຄງກາ​ນນຳ​ໃຊ້​ແຫຼ່ງທຶນ​ຈາກ​ພັນທະບັດ​ລັດຖະບານ; ກວດ​ສອບ​ບັນ​ຊີ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ຂອງ​ລັດ, ທະນາຄານ​ການ​ຄ້າ​ໃຫຍ່​ຂອງ​ລັດ, ພິ​ເສດ​ແມ່ນ​ວິວັດ​ການສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ແຫ່ງ​ລັດ​ຄືນ​ໃໝ່ ຕິດ​ພັນ​ກັບ​ການປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ຄວາມ​ສາມາດ​ແກ່ງ​ແຍ່ງ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເອົາ​ໃຈ​ໃສ່​ວ່າ ອົງການ​ກວດ​ສອບ​ບັນ​ຊີ​ແຫ່ງ​ລັດຜັນ​ຂະຫຍາຍ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຂະ​ແໜງ​ໃນ​ລັດຖະທຳ​ມະນູນ, ສຸມ​ໃສ່​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ກວດ​ສອບ​ບັນຊີ​ແຫ່ງ​ລັດ ຢ່າງຮອບດ້ານ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ​ໃຫ້ຖືກ​ກັບ​ເວລາ. ຍາມ​ໃດການ​ເຄື່ອນ​ໄຫວ​ຂອງ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ ກໍ່ຕ້ອງ​ຕິດຕາມ​ໂຄງການ​ຕິດ​ແທດ​ກັບ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ຕິດ​ແທດ​ກັບ​​ການ​ຄຸ້ມ​ຄອງ, ບໍລິຫານ​ຂອງ​ລັດຖະບານ, ​ເລືອກ​ເຟັ້ນຈຸດ​ສຸມກວດ​ສອບບັນຊີ, ປະຕິບັດ​ການປະຕິ​ຮຸບ ​ແລະ ປ່ຽນ​ໃໝ່ວິທີ​ການ​ສ້າງ​ແຜນການ, ວິທີການ​ກວດ​ສອບ​ບັນຊີ ​ແລະ ຫຼຸດຜ່ອນເວລາ​ກວດ​ສອບ​ບັນຊີ​.

ຂ່າວ/ບົດ​ອື່ນ