ຍູ້ແຮງວຽກງານໂຄສະນາກ່ຽວກັບການປະກັນສັງຄົມ, ປະກັນສຸຂະພາບ

  ຍູ້ແຮງວຽກງານໂຄສະນາກ່ຽວກັບການປະກັນສັງຄົມ, ປະກັນສຸຂະພາບ - ảnh 1
ກອງ​ປະ​ຊຸມ​ຝຶກ​ອົບ​ຮົມໂຄ​ສະ​ນາ​ກ່ຽວັບ​ການປະ​ກັນ​ສັງ​ຄົມ ປະ​ກັນ​ສຸ​ຂະ​ພາບ ປີ 2015


(vovworld)- ວັນ​ທີ 19/12, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ພັກ​ສົມ​ທົບ​ກັບ​ອົງ​ການ​ປະ​ກັນ​ສັງ​ຄົມ​ຫວຽດ​ນາມ​ຈັດ​ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຕີ​ລາ​ຄາ​ວຽກ​ງານ​ໂຄ​ສະ​ນາ ປະ​ກັນ​ສັງ​ຄົມ, ປະ​ກັນ​ສຸ​ຂະ​ພາບ,ພາຍຫຼັງ 3 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງານ ປະ​ກັນ​ສັງ​ຄົມ ປະ​ກັນ​ສຸ​ຂະ​ພາບ​ໄລ​ຍະ 2012-2020.

     ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ເງິນ ​ຫວຽດ​ນາມ ຫງວຽນ​ທິ​ມິນ ຢືນ​ຢັນ​ວ່າ ເປັນ​ຄັ້ງ​ທຳ​ອິດ​ທີ່​ກົມ​ການ​ເມືອງ​ໄດ້​ປະ​ກາດ​ໃຊ້​ມະ​ຕິ​ຫົວ​ເລື່ອງ​ກ່ຽວ​ກັບ​ວຽກ​ງານ ປະ​ກັນ​ສັງ​ຄົມ, ປະ​ກັນ​ສຸ​ຂະ​ພາບ​ ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຢ່າງ​ໃຫຍ່ຫຼວງ ແລະ ຮອບ​ດ້ານ​ສຳ​ລັບ 2 ນະ​ໂຍ​ບາຍ​ສັງ​ຄົມທີ່​ສຳ​ຄັນ.

ຂ່າວ/ບົດ​ອື່ນ