ດຸນດ່ຽງແຫຼ່ງກໍາລັງການເງິນປະຕິບັດນະໂຍບາຍຫຼຸດຜ່ອນຄວາມທຸກຍາກ

(VOVWORLD) -ຕອນບ່າຍວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ຄະນະປະຈໍາຄະນະກໍາມະການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດຫວຽດນາມ ໄດ້ເຮັດວຽກກັບກະຊວງກໍ່ສ້າງ, ກະຊວງການເງິນ, ທະນາຄານແຫ່ງລັດຫວຽດນາມ ແລະ ທະນາຄານນະໂຍບາຍສັງຄົມ ກ່ຽວກັບສະພາບການປະຕິບັດມະຕິຂອງສະພາແຫ່ງຊາດ ກ່ຽວກັບການຍູ້ແຮງປະຕິບັດເປົ້າໝາຍຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ຮອດທ້າຍປີ 2020.

ດຸນດ່ຽງແຫຼ່ງກໍາລັງການເງິນປະຕິບັດນະໂຍບາຍຫຼຸດຜ່ອນຄວາມທຸກຍາກ - ảnh 1 ກອງປະຊຸມຂອງສະພາແຫ່ງຊາດກ່ຽວກັບການຍູ້ແຮງການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ຮອດປີ 2020

(ພາບ: Nguyen Dan/TTXVN)

ທີ່ການເຮັດວຽກ, ບັນດາຜູ້ແທນເຂົ້າຮ່ວມ ໄດ້ຕີລາຄານະໂຍບາຍຊ່ວຍໜູນພັດທະນາເຮືອນຢູ່ໃຫ້ແກ່່ຄົນທຸກຍາກ ຊຶ່ງໄດ້ຜັນຂະຫຍາຍໃນໄລຍະຜ່ານມາ ອັນໄດ້ສ້າງເງື່ອນໄຂໃຫ້ບັນດາຄອບຄົວທຸກຍາກຢູ່ເຂດຊົນນະບົດ ໄດ້ມີເຮືອນຢູ່ຢ່າງປອດໄພ ແລະເປັນປົກກະຕິ, ຊ່ວຍໃຫ້ບັນດາຄອບຄົວມີຄວາມອຸ່ນອຽນໃຈອອກແຮງງານທໍາການຜະລິດ, ພັດທະນາເສດຖະກິດ, ປະກອບສ່ວນປະຕິບັດໂຄງການເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກ ແບບຍືນຍົງ ແລະໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ ຢ່າງມີໄຊ. ພ້ອມກັນນັ້ນ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໄດ້ປະກາດໃຊ້ບັນດານະໂຍບາຍຫຼາຍສະບັບ, ໂດຍສະເພາະແມ່ນບັນດານະໂຍບາຍໜູນຊ່ວຍໂດຍກົງໃຫ້ແກ່ພໍ່ແມ່ປະຊາຊົນພັດທະນາການຜະລິດ, ໄດ້ຊົມໃຊ້ບັນດາການບໍລິການສັງຄົມໂດຍພື້ນຖານ.

        ທີ່ການເຮັດວຽກ, ບັນດາສະມາຊິກໃນຄະນະປະຈໍາຄະນະກໍາມະການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ໄດ້ສະເໜີມາຍັງບັນດາກະຊວງ, ຂະແໜງການ ຈົ່ງເອົາໃຈໃສ່ເປັນພິເສດເຖິງການບຸລິມະສິດຈັດແບ່ງງົບປະມານແຫ່ງລັດ (ລວມທັງທຶນພັນທະບັດ ແລະ ທຶນ ODA) ໃຫ້ການລົງທຶນພັດທະນາພື້ນຖານໂຄງລ່າງ, ເສດຖະກິດ-ສັງຄົມຢູ່ບັນດາເຂດທຸກຍາກ; ທະນາຄານແຫ່ງລັດ ຮັບປະກັນປ່ອຍງົບປະມານເປັນປະຈໍາ ເພື່ອປະຕິບັດບັນດານະໂຍບາຍໜູນຊ່ວຍບັນດາເປົ້າໝາຍຄອບຄົວທຸກຍາກ ໄດ້ດໍາລົງຊີວິດເປັນປົກກະຕິ, ພັດທະນາການຜະລິດ ບືນຕົວຂຶ້ນ ແລະ ພົ້ນອອກຈາກຄວາມທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ