ດ່ານັ້ງ - ນະຄອນຂຽວລະດັບຊາດຂອງ ຫວຽດນາມປີ 2018

(VOVWORLD) - ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ຫງວຽນງອັກຕ໋ວນ ເນັ້ນໜັກເຖິງນາມມະຍົດນະຄອນຂຽວລະດັບຊາດປີ 2018
ດ່ານັ້ງ - ນະຄອນຂຽວລະດັບຊາດຂອງ ຫວຽດນາມປີ 2018 - ảnh 1ພິທີມອບໃບຢັ້ງຢືນ ນະຄອນດ່ານັ້ງ ແມ່ນນະຄອນຂຽວລະດັບຊາດປີ 2018

ວັນທີ 31 ສິງຫາ, ຢູ່ນະຄອນດ່ານັ້ງໄດ້ດຳເນີນພິທີປະກາດ ດ່ານັ້ງ ແມ່ນນະຄອນຂຽວລະດັບຊາດຂອງ ຫວຽດນາມ ໃນປີ 2018. ນີ້ແມ່ນຜົນການຄັດເລືອກໂດຍອົງການອະນຸລັກຮັກສາທຳມະຊາດສາກົນ (WWF) ຈັດຕັ້ງ.

        ທີ່ພິທີປະກາດ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ຫງວຽນງອັກຕ໋ວນ ເນັ້ນໜັກເຖິງນາມມະຍົດນະຄອນຂຽວລະດັບຊາດປີ 2018 ວ່າ: ແມ່ນຄວາມເປັນກຽດ, ຄວາມເອງອ້າງທະນົງໃຈຂອງປະຊາຊົນນະຄອນດ່ານັ້ງ, ທ່ານກ່າວວ່າ:

        “ໂດຍໄດ້ຮັບຮູ້ວ່າແມ່ນນະຄອນຂຽວລະດັບຊາດປີ 2018, ດ່ານັ້ງ ມີກາລະໂອກາດເພື່ອເຊື່ອມຕໍ່, ຊຸກຍູ້ບັນດາຝ່າຍທີ່ກ່ຽວຂ້ອງຄື ອຳນາດການປົກຄອງ, ອົງການຈັດຕັ້ງ, ວິສາຫະກິດ ແລະ ປະຊາຄົມ ພ້ອມກັນເດີນທາງຢ່າງແຮງ ແລະ ເປັນປະຈຳກ່ວາອີກ, ມຸ່ງໄປເຖິງການສ້າງນະຄອນສິ່ງແວດລ້ອມເຊິ່ງນະຄອນດ່ານັ້ງ ພວມສູ້ຊົນ, ປະຕິບັດ.”

ຕອບກັບ

ຂ່າວ/ບົດ​ອື່ນ