ຕົກລົງສືບຕໍ່ເພີ່ມການລົງທຶນຂອງKirin (ຍີ່​ປ​ຸ່ນ)ຢູ່ຫວຽດນາມແມ່ນການເລືອກເຟັ້ນອັນຖືກຕ້ອງ

(VOVWORLD) -ຕອນບ່າຍວັນທີ 17 ສິງຫາ ຢູ່ ສຳນັກງານນາຍົກລັດຖະມົນຕີ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບ ທ່ານ Keisuke Nishimura, ຮອງປະທານບໍລິຫານ, ສະມາຊິກຂັ້ນສູງສະພາບໍລິຫານ ກຸ່ມບໍລິສັດ Kirin. 

ຕົກລົງສືບຕໍ່ເພີ່ມການລົງທຶນຂອງKirin (ຍີ່​ປ​ຸ່ນ)ຢູ່ຫວຽດນາມແມ່ນການເລືອກເຟັ້ນອັນຖືກຕ້ອງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບ ທ່ານ Keisuke Nishimura, ຮອງປະທານບໍລິຫານ, ສະມາຊິກຂັ້ນສູງສະພາບໍລິຫານ ກຸ່ມບໍລິສັດ Kirin

ພາບ:ອິນເຕີແນັດ

ທີ່ການຕ້ອນຮັບ, ທ່ານ Keisuke Nishimura ໃຫ້ຮູ້ວ່າ: ກຸ່ມບໍລິສັດ ຍາມໃດກໍ່ກຳນົດວ່າ ພາກພື້ນ ອາຊຽນ ແມ່ນເຂດເສດຖະກິດຈຸດສຸມ, ແມ່ນສະຖານທີ່ເປັນຫນ້າມາລົງທຶນໃນໄລຍະຈະມາເຖິງ. ຫວຽດນາມ ແມ່ນຕະຫລາດມີຂອບ     ຂະຫນາດໃຫຍ່, ການພັດທະນາວ່ອງໄວ, ໃນຂະນະທີ່ລັດຖະບານ ຫວຽດນາມ ພວມປະຕິບັດການຫັນເປັນພາກເອກະຊົນ ແລະ ຖອນທຶນຂອງລັດວິສາຫະກິດ, ກຸ່ມບໍລິສັດ Kirin ປາດຖະຫນາຢາກລົງທຶນຍຸດທະສາດຍາວນານເຂົ້າ Sabeco. ສ່ວນທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຖືວ່າ: ຕົກລົງສືບຕໍ່ເພີ່ມການລົງທຶນຂອງ ກຸ່ມບໍລິສັດ Kirin ຢູ່ ຫວຽດນາມ ແມ່ນການເລືອກເຟັ້ນອັນຖືກຕ້ອງ. ທ່ານຮອງນາຍົກລັດຖະມົນຕີ ຊົມເຊີຍ ກຸ່ມບໍລິສັດ Kirin ເອົາໃຈໃສ່ເຖິງການຖອນທຶນຢູ່ເຄື່ອງໝາຍການຄ້າໃຫຍ່ຄື Sabeco. ທ່ານຮອງນາຍົກລັດຖະມົນຕີ ປາດຖະຫນາວ່າ ນອກຈາກຜະລິດຕະພັນເບຍແລ້ວ, ກຸ່ມບໍລິສັດ Kirin ຄົ້ນຄ້ວາເປີດກວ້າງການລົງທຶນດຳເນີນທຸລະກິດໃນຂົງເຂດເຄື່ອງດື່ມ, ເປັນຕົ້ນແມ່ນເຄື່ອງດື່ມຈາກໝາກໄມ້ສົດຂອງຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ