ຕິດ​ຕາມກວດ​ກາ​ຢ່າງ​ເຄັ່ງ​ຄັດ ເພື່ອ​ສະ​ກັດ​ກັ້ນ​ພະ​ຍາດ ຝີຕຸ່ມລີງ ແຜ່​ລາມ​ພາຍ​ໃນ​ປະ​ເທດ

(VOVWORLD) - ອົງການອະນາໄມ ໂລກ ໃຫ້ຮູ້ວ່າ ການກວດປະຫວັດການໄປມາ ພວມໄດ້ດຳເນີນໄປ, ຄາດວ່າ ພາຍຫຼັງການຕິດຕາມກວດກາໃນວົງກ້ວາງຢູ່ຫຼາຍປະເທດຈະກຳນົດໄດ້ຫຼາຍກໍລະນີຕິດພະຍາດດັ່ງກ່າວ.



ຕິດ​ຕາມກວດ​ກາ​ຢ່າງ​ເຄັ່ງ​ຄັດ ເພື່ອ​ສະ​ກັດ​ກັ້ນ​ພະ​ຍາດ ຝີຕຸ່ມລີງ ແຜ່​ລາມ​ພາຍ​ໃນ​ປະ​ເທດ - ảnh 1ພະຍາດ ຝີຕຸ່ມລີ (ພາບ:  Reuters)

ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຕາມແຈ້ງການຂອງອົງການອະນາໄມໂລກ ແລ້ວ, ໄລ່ຮອດວັນທີ 21 ພຶດສະພາ, ໂລກ ໄດ້ຢັ້ງຢືນມີຜູ້ຕິດພະຍາດ ຝີຕຸ່ມລີງ 92 ຄົນ ແລະ 28 ຄົນສົງໄສວ່າຕິດພະຍາດ ເຊິ່ງໄດ້ຮັບການລາຍງານຢູ່ 12 ປະເທດ, ໃນນັ້ນມີ ອັງກິດ, ປອກຕຸຍການ, ຊູແອັດ, ການາດາ, ແບນຊິກ, ເຢຍລະມັນ, ອົດສະຕາລີ, ອາເມລິກາ… ກ່ຽວກັບພະຍາດ ຝີຕຸ່ມລີງ ພວມເກີດຂຶ້ນຢູ່ບາງປະເທດໃນທົ່ວໂລກ ດ້ວຍຜູ້ຕິດເຊື້ອເປັນຈຳນວນຫຼາຍ, ຜູ້ຕາງໜ້າກົມການແພດປ້ອງກັນ (ກະຊວງສາທາລະນະສຸກ) ໃຫ້ຮູ້ວ່າ: ປັດຈຸບັນ, ບັນດາຫົວໜ່ວຍທີ່ມີໜ້າທີ່ຄວາມຮັບຜິດຊອບ ພາຍໃນປະເທດ ຍັງພວມຕິດຕາມກວດກາພະຍາດນີ້ຢ່າງເຂັ້ມງວດເພື່ອສະກັດກັ້ນພະຍາດນີ້ເຂົ້າມາ ຫວຽດນາມ, ພ້ອມທັງສົມທົບຢ່າງແໜ້ນແຟ້ນ ກັບ ອົງການອະນາໄມໂລກ ເພື່ອອັບເດດບັນດາຂໍ້ມູນກ່ຽວກັບພະຍາດ ແລະ ມີມາດຕະການຮັບມືຢ່າງທັນການ.

        ອົງການອະນາໄມ ໂລກ ໃຫ້ຮູ້ວ່າ ການກວດປະຫວັດການໄປມາ ພວມໄດ້ດຳເນີນໄປ, ຄາດວ່າ ພາຍຫຼັງການຕິດຕາມກວດກາໃນວົງກ້ວາງຢູ່ຫຼາຍປະເທດຈະກຳນົດໄດ້ຫຼາຍກໍລະນີຕິດພະຍາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ