ຕີລາຄາໝາກຜົນແຫ່ງການເຄື່ອນໄຫວໂຄງການກໍ່ສ້າງຊົນນະບົດໃໝ່ຂອງສປຊ

ຕີລາຄາໝາກຜົນແຫ່ງການເຄື່ອນໄຫວໂຄງການກໍ່ສ້າງຊົນນະບົດໃໝ່ຂອງສປຊ - ảnh 1
ຈັດ​ກອງ​ປະ​ຊຸ​ມ​ປະ​ຈ​ຳ​ປ​ີ ເພື່ອ​ຕີ​ລາ​ຄາ​​ໝາກຜົ​ນ
​ແຫ່ງ​​ການ​ເຄື່ອນ​ໄຫວ​ຂອງ​ໂຄງການ​ຢູ່​ຫວຽດ​ນາມ
(ພາບ: baohoabinh)

(vovworld) –​ ​​ ​ວັນ​ທີ 12/01, ຢູ່​ນະ​ຄອ​ນ​ຮ່​ວາ​ບ​ິ່ງ, ແຂວງ​ຮ່​ວາ​ບິ່ງ, ຄະ​ນະ​ຊ​ີ້​ນຳ​ໂຄງ​ການ​ໜູນ​ຊ່ວຍ​ລວມ​ຂອງ​ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ) ສຳ​ລັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ໄດ້​ຈັດ​ກອງ​ປະ​ຊຸ​ມ​ປະ​ຈ​ຳ​ປ​ີ ເພື່ອ​ຕີ​ລາ​ຄາ​​ໝາກຜົ​ນ​ແຫ່ງ​​ການ​ເຄື່ອນ​ໄຫວ​ຂອງ​ໂຄງການ​ຢູ່​ຫວຽດ​ນາມ. ບັນ​ດາ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໄດ້​ຢືນ​ຢັນ​ວ່າ, ເຖິງ​ວ່າ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກໍ​ຕາມ, ແຕ່​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​​ໄລ​ຍະ 2011 - 2015 ຢູ່​ຫວຽດ​ນາມ ​ໄດ້ບັນ​ລຸ​ຜົນ​ສຳ​ເລັດ. ປີ 2016, ໂຄງ​ການ​ສືບ​ຕໍ່​ສຸມ​ໃສ່​ໃຫ້​ບຸ​ລິ​ມະ​ສິດ​ແກ່​ຂໍ້​ສະ​ເໜີ​ກົນ​ໄກ, ນະ​ໂຍ​ບາຍ​ເພື່ອ​ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຊຸກ​ຍູ​້​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຜູ້​ຜະ​ລິດກັບ​ບັນ​ດາ​ຜູ້​ສະ​ໜອງ ແລະ ​ຜູ້ແຈກ​ຢາຍ​ຜະ​ລິດ​ຕະ​ພັນ, ເພື່ອ​ສ້າງ​ລະ​ບົບມູນ​ຄ່​າ​​ການຜະ​ລິດ​ສິນ​ຄ້າ, ຜະ​ລິດ​ຕະ​ພັນ​ກະ​ເສດທີ່​​ມີ​ຄວາມປອດ​ໄພ ແລະ ມີ​ຄຸນ​ນະ​ພາບ​ສູງ. ໂຄງ​ການ “ໜູນ​ຊ່ວຍ​ລວມ​ຂອງ​ສະ​ຫະ​ປະ​ຊ​າ​ຊາດ​ສຳ​ລັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່” ແມ່ນ​ໂຄງ​ການ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 5 ອົງ​ການ​ລວມ​ມີ: FAO (ອົງການ​ອາຫານ ​ແລະ ການ​ກະ​ເສດ​ສ​ປ​ຊ), UNIDO (ອົງການ​ສປຊເພື່ອ​ການ​ພັດທະນາອຸດສາຫະກຳ), UNESCO (ອົງ​ການ​ສຶກ​ສາ​ວິ​ທະ​ຍາ​ເສດ ແລະ ວັດ​ທະ​ນະ​ທຳສ​ປ​ຊ), IOM (​ອົງການ​ອົບ​ພະ​ຍົບ​ສາ​ກົນ) ແລະ UNV (​ໂຄງ​ການ​ອາ​ສາ​ສະ​ໝັກ​ສ​ປ​ຊ). ໂຄງ​ການ​ໄດ້​ຮັບ​ການ​ປະ​ຕິ​ບັດ​ດ້ວຍ​ຈຸດ​ໝາຍ​ສະ​ໜອງ, ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ, ຄຸນ​ນະ​ພາບ​ສ​ູງ ໃຫ້​​ແກ່ໂຄງ​ການ​ຈຸດ​ໝາຍແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຊ່ວຍ​ປັບ​ປຸງ​​ສະ​ພາບ​ແວ​ດ​ລ້ອມ ແລະ​ ການຜັນ​​ຂະ​ຫຍາຍ​ມະ​ຕິ​ກ່ຽວ​ກັບ​ກະ​ສິ​ກຳ - ຊາວ​ກະ​ສິ​ກອນ - ຊົນ​ນະ​ບົດ​ຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ