ຕວກກີ ປາດຖະໜາການເຈລະຈາຢຸດຍິງຢູ່ ຢູແກຼນ ຈະດຳເນີນໃນໄວໆນີ້

(VOVWORLD) - ທ່ານ Hakan Fidan ໄດ້ພົບປະກັບຄູ່ຕຳແໜ່ງລັດເຊຍ ທ່ານ Sergei Lavrov ໃນວັນທີ 1 ມີນາ ຢູ່ນອກເວທີປາໄສ, ຢູ່ ຕວກກີ
ຕວກກີ ປາດຖະໜາການເຈລະຈາຢຸດຍິງຢູ່ ຢູແກຼນ ຈະດຳເນີນໃນໄວໆນີ້ - ảnh 1 ເຮືອນຊານຖືກເປເພ ຢູ່ Kramatorsk, Ukraine ໃນວັນທີ 14 ມິຖຸນາ 2023
(ພາບ: AFP/TTXVN)

ຕວກກີ ປາດຖະໜາວ່າ ການເຈລະຈາຢຸດຍິງຢູ່ ຢູແກຼນ ຈະໄດ້ດຳເນີນໃນໄວໆນີ້. ນີ້ແມ່ນຄຳເຫັນຂອງທ່ານລັດຖະມົນຕີການຕ່າງປະເທດ ຕວກກີ Hakan Fidan ເມື່ອສິ້ນສຸດເວທີປາໄສການຕ່າງປະເທດ Antalya 2024.

        ກ່ອນໜ້ານັ້ນ, ທ່ານ Hakan Fidan ໄດ້ພົບປະກັບຄູ່ຕຳແໜ່ງລັດເຊຍ ທ່ານ Sergei Lavrov ໃນວັນທີ 1 ມີນາ ຢູ່ນອກເວທີປາໄສ, ຢູ່ ຕວກກີ. ສອງຝ່າຍໄດ້ປຶກສາຫາລືຫຼາຍບັນຫາ, ໃນນັ້ນມີການປະທະກັນຢູ່ ຢູແກຼນ. ທ່ານລັດຖະມົນຕີການຕ່າງປະເທດ ຕວກກີ ຖືວ່າ: ກ່ຽວກັບບັນຫາການປະທະກັນຢູ່ ຢູແກຼນ, ທັງສອງຝ່າຍໄດ້ໄປຮອດຈຸດທີ່ຈຳກັດແລ້ວ. ນີ້ແມ່ນໄລຍະເວລາເລີ່ມພົບປະເຈລະຈາກ່ຽວກັບຂໍ້ຕົກລົງຢຸດຍິງ, ບັນດາບັນຫາອະທິປະໄຕ ແລະ ຢຸດຍິງອາດຈະປຶກສາຫາລືສະເພາະ. ນັກການທູດ ຕວກກີ ຊີ້ແຈ້ງວ່າ ການປະທະກັນພວມກໍ່ໃຫ້ເກີດບັນດາຜົນເສຍຫາຍໃຫຍ່, ຕ້ອງມີວິທີເພື່ອຢຸດຕິ, ໂດຍຜ່ານການປຶກສາຫາລື ແລະ ບັນດາຝ່າຍຕ້ອງຄ່ອຍໆມີຄວາມລຶ້ງເຄີຍກັບແນວຄວາມຄິດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ