ຕວກກີກ່າວເຕືອນຈະໃຫ້ຊາວລີ້ໄພເຂົ້າອີລົບ

ຕວກກີກ່າວເຕືອນຈະໃຫ້ຊາວລີ້ໄພເຂົ້າອີລົບ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Tayyip Erdogan
(ພາບ: ndtv.com)

(vovworld) - ​​​ ​​ ​​ວັນ​ທີ 09/11, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Tayyip Erdogan ໄດ້​ອອກ​ສຽງ​ກ່າວ​ເຕືອນ​ວ່າ ຈະ “ເປີດ​ປະ​ຕູ” ໃຫ້​ຊາວລີ້​ໄພ​ຊີ​ຣີ ​ນັບ​ລ້ານ​ຄົນເຂົ້າ​ເອີ​ລົບ ເພື່ອ​ໂຕ້​ຕອບ​ເລື່ອງ ບ​ຣຸກ​ແຊນ ເພີ່ມ​​ທ​ະ​ວີການ​ຕຳ​ນິ​ຕິ​ຕຽນ​ບັນ​ດາ​ການ​ເຄື່ອນ​ໄຫວ​ປາບ​ປາມ​ຂອງ ອານ​ກາ​ຣາ ພາຍ​ຫຼັງ​ການລັດ​ຖະ​ປະ​ຫານ​ຖືກ​ປະ​ລ​າ​ໄຊ ເມື່ອ​ເດືອນ 07 ຜ່ານ​ມາຢ​ູ່​ຕວກ​ກີ. ຄຳ​ກ່າວ​ເຕືອນ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ມາ ພາຍ​ຫຼັງ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) ຕຳ​ນິ​ຕິ​ຕຽນ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ Erdogan ໄດ້ປັດ​ເຂ່ຍ​ພົນ​ທະ​ຫານ, ຫົວສານ, ພາ​ລະ​ກອນ ແລະ ຄູ​ອາ​ຈານ ກວ່າ 100.000 ຄົນ ເຊິ່ງ​​ຮັບ​ຖື​ວ່າ​ໄດ້​ສະ​ໜັບ​ສະ​ໜູນ​ການ​ລັດ​ຖະ​ປະ​ຫານ​ໃນໄລ​ຍະ​ຜ່ານ​ມາ. ທ່ານ Erdogan ເນັ້ນ​ໜັກ​ວ່າ, ສະ​ຫະ​ພາບ​ເອີ​ລົບ ຕ້ອງ​ພິ​ຈາ​ລະ​ນາ​ເລື່ອງ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ​ຕວກ​ກີ ​ຄືນ​ໃໝ່ໂດຍ​ໄວ, ຖ້າບໍ່​ດັ່ງນັ້ນ ອາ​ກາ​ຣາ ຈະ​ເປີດ​ປະ​ຕູ​ດ່ານ​ຊາຍ​ແດນ​ເພື່ອ​ໃຫ້​ຊາວ​ລີ້​ໄພ​​ອົບ​ພະ​ຍົບເຂົ້າ​ເອີ​ລົບ.

ຂ່າວ/ບົດ​ອື່ນ