ຕ້ອງ​ຮັບ​ປະ​ກັນ​ລັກ​ສະ​ນະ​ຕໍ່​ເນື່ອງ​ໃນ​ນະ​ໂຍ​ບາຍ​ທາງ​ກາ​ນ​ຄ​້າ ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ

(VOVWORLD) -ກ່າວຄຳເຫັນທີ່ເຫດການທາງອອນລາຍ ໂດຍໜັງສືພິມ Financial Times ຈັດຕັ້ງ, ທ່ານນາງ Katherine Tai ຖືວ່າ ຕ້ອງຮັບປະກັນລັກສະນະເປັນຕໍ່ເນື່ອງ ໃນນະໂຍບາຍດ້ານການຄ້າ ລະຫວ່າງ ອາເມລິກາ - ຈີນ ລວມມີ ຂໍ້ຕົກລົງການຄ້າ ໄລຍະທີ 1 ທີ່ມີເວລາກຳນົດ 2 ປີ ຊຶ່ງ ອຳນາດການປົກຄອງຂອງ ທ່ານອະດີດ ປະທານາທິບໍດີ ອາເມລິກາ Donald Trump ໄດ້ປະຕິບັດໃນປີກາຍນີ້.
ຕ້ອງ​ຮັບ​ປະ​ກັນ​ລັກ​ສະ​ນະ​ຕໍ່​ເນື່ອງ​ໃນ​ນະ​ໂຍ​ບາຍ​ທາງ​ກາ​ນ​ຄ​້າ ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ - ảnh 1ທ່ານນາງ Katherine Tai ຜູ້ຕາງໜ້າດ້ານການຄ້າ ອາເມລິກາ (ພາບ: uschina)

        ວັນທີ 5 ພຶດສະພາ, ທ່ານນາງ Katherine Tai ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໃຫ້ຮູ້ວ່າ ທ່ານນາງ ພວມລໍຄອຍຈະໄດ້ຮັບການແລກປ່ຽນກັບບັນດາເຈົ້າໜ້າທີ່ດ້ານການຄ້າແຖວໜ້າຂອງຈີນ “ໃນອະນາຄົດທີ່ໃກ້ໆນີ້” ເພື່ອຕີລາຄາການປະຕິບັດຂໍ້ຕົກລົງທາງການຄ້າໄລຍະທີ 1 ລະຫວ່າງສອງຝ່າຍ.

        ກ່າວຄຳເຫັນທີ່ເຫດການທາງອອນລາຍ ໂດຍໜັງສືພິມ Financial Times ຈັດຕັ້ງ, ທ່ານນາງ Katherine Tai ຖືວ່າ ຕ້ອງຮັບປະກັນລັກສະນະເປັນຕໍ່ເນື່ອງ ໃນນະໂຍບາຍດ້ານການຄ້າ ລະຫວ່າງ ອາເມລິກາ - ຈີນ ລວມມີ ຂໍ້ຕົກລົງການຄ້າ ໄລຍະທີ 1 ທີ່ມີເວລາກຳນົດ 2 ປີ ຊຶ່ງ ອຳນາດການປົກຄອງຂອງ ທ່ານອະດີດ ປະທານາທິບໍດີ ອາເມລິກາ Donald Trump ໄດ້ປະຕິບັດໃນປີກາຍນີ້. ຕາມທ່ານນາງແລ້ວ, ຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ ວໍຊິງຕັນ ແລະ ປັກກິ່ງ ແມ່ນພື້ນຖານເພື່ອໃຫ້ສອງຝ່າຍພ້ອມກັນ ເຮັດວຽກ ແລະ ບັນລຸໄດ້ໝາກຜົນ.

        ທ່ານນາງ Katherine Tai ມີຄວາມປາດຖະໜາຢາກ ພົບປະກັບທ່ານ ຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ, ຫົວໜ້າຄະນະເຈລະຈາຂໍ້ຕົກລົງໄລຍະທີ 1 ຂອງ ປັກກິ່ງ ຢ່າງເປັນທາງການ. ທ່ານນາງກໍ່ຫວັງວ່າ ຈະໄດ້ຮ່ວມມືກັບຈີນ ໃນບັນຫາປ່ຽນແປງດິນຟ້າອາກາດ ໂດຍແມ່ນບຸລິມະສິດໃນນະໂຍບາຍສຳຄັນ ຂອງອຳນາດການປົກຄອງ ທ່ານປະທານາທິບໍດີ ອາເມລິກາ Joe Biden.

ຕອບກັບ

ຂ່າວ/ບົດ​ອື່ນ