ຕະຫຼາດອະສັງຫາລິມະຊັບ ຫວຽດນາມ ດຶງດູດບັນດານັກລົງທຶນ

(VOVWORLD) - ຕາມການໄຈ້ແຍກຂອງ CBRE ແລ້ວ, ເຄິ່ງທ້າຍປີ 2024, ບັນດາການເຄື່ອນໄຫວຊື້-ຂາຍໂຄງການອະສັງຫາລິມະຊັບການຄ້າຢູ່ ຫວຽດນາມ ຈະເພີ່ມລະດັບຄວາມວ່ອງໄວ
ຕະຫຼາດອະສັງຫາລິມະຊັບ ຫວຽດນາມ ດຶງດູດບັນດານັກລົງທຶນ - ảnh 1(ພາບປະກອບ: TTXVN)

        ປີ 2024, ຫວຽດນາມ ຢືນອັນດັບທີ 2 ໃນຈຳນວນຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນທີ່ໜ້າສົນໃຈທີ່ສຸດ ກ່ຽວກັບຍຸດທະສາດການລົງທຶນ, ໂອກາດ ແລະ ມູນຄ່າເພີ່ມ ໃນຂົງເຂດ ອະສັງຫາລິມະຊັບ. ນີ້ແມ່ນໝາກຜົນການສຳຫຼວດຫຼ້າສຸດຂອງ CBRE (Coldwell Banker Richard Ellis – ບໍລິສັດລົງທຶນ ແລະ ການບໍລິການອະສັງຫາລິມະຊັບການຄ້າຂອງ ອາເມລິກາ) ກ່ຽວກັບແນວຄິດ ແລະ ແຜນການຂອງນັກລົງທຶນຢູ່ ພາກພື້ນ ອາຊີ - ປາຊີຟິກ ໃນປີ 2024.

        ຕາມຜູ້ຕາງໜ້າ CBRE ຫວຽດນາມ ແລ້ວ, ເມື່ອທຽບໃສ່ບັນດາປະເທດໃນພາກພື້ນ, ຫວຽດນາມ ພວມດຶງດູດຄວາມສົນໃຈຈາກບັນດານັກລົງທຶນຫຼາຍກວ່າ ຍ້ອນພື້ນຖານເສດຖະກິດມະຫາພາກໄດ້ຮັກສາເປັນປົກກະຕິ ແລະ ລະດັບດອກເບ້ຍເພດານພວມຕ່ຳຢູ່. ທ່ານ ຫງວຽນຟ້າມແອງຢຸຍ, ຫົວໜ້າພາກສ່ວນໃຫ້ຄຳປຶກສາການລົງທຶນຂອງ CBRE ຫວຽດນາມ, ໃຫ້ຮູ້ວ່າ:

        “ບັນດານັກລົງທຶນພວມຕັ້ງໜ້າຊອກຫາ ແລະ ເພີ່ມທະວິການມີໜ້າຂອງຕົນຢູ່ ຫວຽດນາມ. ຫວຽດນາມ ກໍ່ໄດ້ຫຼຸດຜ່ອນດອກເບ້ຍໃນໄລຍະຜ່ານມາ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຕະຫຼາດອະສັງຫາລິມະຊັບ ຫວຽດນາມ ມີຄວາມດຶງດູດໃຈກວ່າ”.

        ຕາມການໄຈ້ແຍກຂອງ CBRE ແລ້ວ, ເຄິ່ງທ້າຍປີ 2024, ບັນດາການເຄື່ອນໄຫວຊື້-ຂາຍໂຄງການອະສັງຫາລິມະຊັບການຄ້າຢູ່ ຫວຽດນາມ ຈະເພີ່ມລະດັບຄວາມວ່ອງໄວ ເມື່ອຕະຫຼາດພວມມີຄວາມຫວັງໃສ່ການຫຼຸດຜ່ອນດອກເບ້ຍແຕ່ລະຄັ້ງຂອງບັນດາທະນາຄານສູນກາງຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ