ຖະ​ແຫຼງ​ການ​ຮ່ວມ ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະ​ຫວ່າງ ຫວຽດ​ນາມ - ຝ​ລັ່ງ

(VOVWORLD) - ສອງປະເທດໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນສອງຝ່າຍບົນພື້ນຖານເຄົາລົບກົດໝາຍສາກົນ, ເຄົາລົບຄວາມສະເໝີພາບ, ອະທິປະໄຕ, ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງແຕ່ລະປະເທດ.
ຖະ​ແຫຼງ​ການ​ຮ່ວມ ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະ​ຫວ່າງ ຫວຽດ​ນາມ - ຝ​ລັ່ງ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ: VOV)

ເນື່ອງໃນໂອກາດ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄປຢ້ຽມຢາມສ.ຝລັ່ງຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron  ໃນລະຫວ່າງວັນທີ 6 – 7 ຕຸລາ, ສອງປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ຖະແຫຼງການຮ່ວມເນັ້ນໜັກກວ່າ ສອງປະເທດໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນສອງຝ່າຍບົນພື້ນຖານເຄົາລົບກົດໝາຍສາກົນ, ເຄົາລົບຄວາມສະເໝີພາບ, ອະທິປະໄຕ, ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງແຕ່ລະປະເທດ.

ໃນການຮ່ວມມືສອງຝ່າຍ, ສອງຝ່າຍໃຫ້ຄຳໝັ້ນສັນຍາຮັກສາການແລກປ່ຽນ ກັນ ພົບປະຂັ້ນສູງຜ່ານທຸກຊ່ອງທາງລະຫວ່າງອຳນາດການປົກຄອງຝລັ່ງ ແລະ ພັກກອມມູນິດ, ລັດຖະບານ, ສະພາແຫ່ງຊາດ ແລະ ອຳນາດການປົກຄອງຫວຽດນາມ, ຍົກລະດັບ, ຍົກສູງປະສິດທິຜົນ ແລະ ເປີດກວ້າງບັນດາກົນໄກຮ່ວມມືສອງຝ່າຍ.

ຝລັ່ງ ແລະ ຫວຽດນາມ ເນັ້ນໜັກເຖິງບົດບາດສຳຄັນຂອງລັດທິຫຼາຍຝ່າຍ, ໃນນັ້ນ ສປຊ ສວມບົດບາດໃຈກາງ, ພ້ອມທັງຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາປະຕິບັດຕາມກົດບັດ ສປຊ, ພິເສດແມ່ນຄວາມສຳຄັນໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ແລະ ບັນດາສິດເສລີໂດຍພື້ນຖານສຳລັບການພັດທະນາຂອງແຕ່ລະປະເທດ.

ແລະກໍ່ໃນວັນດຽວກັນ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ນະຄອນຫຼວງ ປາຣີ ກັບເມືອປະເທດສິ້ນສຸດບັນດາການເຄື່ອນໄຫວຢູ່ກອງປະຊຸມສຸດຍອດ ຝລັ່ງໂກໂຟນີຄັ້ງທີ 19 ແລະ ການຢ້ຽມຢາມຝລັ່ງຢ່າງເປັນທາງການ ໃນລະຫວ່າງວັນທີ 3 ຕຸລາ - 7 ຕຸລາ 2024, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron .

ຕອບກັບ

ຂ່າວ/ບົດ​ອື່ນ