ຖະໜົນປື້ມນະຄອນໂຮ່ຈີມິນເລີ່ມເຄື່ອນໄຫວຢ່າງເປັນທາງການແຕ່ວັນທີ9/1

ຖະໜົນປື້ມນະຄອນໂຮ່ຈີມິນເລີ່ມເຄື່ອນໄຫວຢ່າງເປັນທາງການແຕ່ວັນທີ9/1 - ảnh 1
ຖະໜົນປື້ມ ຈະເຄື່ອນໄຫວຢ່າງເປັນທາງການໃນວັນທີ 9/1
(ພາບ: thethaovanhoa.vn)

(vovworld) – ຖະໜົນປື້​ມນະຄອນ ​ໂຮ່ຈີ​ມິນ​ ນອນ​​ໃນ​ເຂດ​ໃຈກາງ​ນະຄອນ​ນັ້ນ​ແມ່ນ​ຖະໜົນ ຫງວຽນ​ວັນ​ບີ່​ງ, ຢູ່​ເມືອງ 1, ຈະ​ເລີ່​ມ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 9/1. ຖະໜົນປື້ມນະຄອນ ​ໂຮ່ຈີ​ມິນ ​ແມ່ນ​ບ່ອນ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ປື້​ມ, ​ແລກປ່ຽນວິຊາ​ການ​ສຶກສາ​ເພື່ອ​ແນ​ໃສ່​ພັດທະນາ​ວັດທະນະທຳ​ການອ່ານ. ທັງ​ແນະນຳ​​ເຖິງ​ຜູ້​ອ່ານບັນດາ​ປື້​ມມ່ວນທີ່​ສຸດ ​ແລະ ​ແບ່ງປັນ​ບົດ​ຮຽນ, ຄວາມ​ເມົາ​ມົວ​ໃນ​ອາຊີບ​ເຮັດ​ປື້ມອີກ​ດ້ວຍ… ຖະໜົນ​ປື້​ມ ​ໄດ້​ຮັບ​ການກໍ່ສ້າງ​ທັງ​ແມ່ນ​ບ່ອນ​ດຳ​​ເນີນ​ຊີ​ວິດ​ວົງ​ຄະນະ​ຍາດ ທັງ​ແມ່ນ​ບ່ອນ​ເຊື່ອມ​ຕໍ່, ຖ່າຍ​ທອດ​ຄວາມ​ຮັກ​ທີ່​ມີຕໍ່​ປື້​ມ, ​ສົ່ງ​ເສີມ​ວັດທະນະທຳ​ອ່ານ​ເຖິງ​ປະຊາຊົນ. ນີ້​ ​ເປັນ​ສະຖານ​ທີ່​ວັດທະນະທຳ, ພູມ​ປັນຍາ, ​​ແມ່ນ​ແຫ່ງເຕົ້າ​ໂຮມວົງ​ການ​ຜູ້​ນິຍົມ​ປື້​ມ, ທັງ​ເປັນບ່ອນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​​ຂອງ​ນະຄອນ.


ຂ່າວ/ບົດ​ອື່ນ