ທັງ​ໂລກ​ຕ້ອງ​ຮູ້​ກ່ຽວ​ກັບ​​ສິດຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ຫວຽດ​ນາມ​ຢູ່​ທະ​ເລ​ຕາ​ເວັນອອກ

(VOVWORLD) -ຫົວຂໍ້ຕົ້ນຕໍໃນໂຄງການດຳເນີນງານຂອງໂລກຍັງຄົງແມ່ນການຕໍ່ສູ້ຕ້ານໂລກລະບາດ Covid – 19. ບັນດາປະເທດພວມມານະພະຍາຍາມຫຼາຍທີ່ສຸດ ເພື່ອເອົາຊະນະໂລກລະບາດໃຫ້ໄດ້ ແລະ ລົບລ້າງຜົນສະທ້ອນຂອງມັນສຳລັບພື້ນຖານເສດຖະກິດ. 
ທັງ​ໂລກ​ຕ້ອງ​ຮູ້​ກ່ຽວ​ກັບ​​ສິດຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ຫວຽດ​ນາມ​ຢູ່​ທະ​ເລ​ຕາ​ເວັນອອກ - ảnh 1ພາບປະກອບ: Reuters

ແຕ່ໃນບັນດາເງື່ອນໄຂນີ້ ຈີນຍັງຄົງສືບຕໍ່ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ: ເຂົາເຈົ້າດຳເນີນການສຳຫຼວດນ້ຳມັນອາຍແກັດຢູ່ເຂດເສດຖະກິດຈຳເພາະຂອງ ຫວຽດນາມ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ອື່ນ, ກີດຂວາງການເຄື່ອນໄຫວຂອງຊາວປະມົງຫວຽດນາມ ແລະ ຫ້າມການຫາປາຢູ່ທະເລ…ສຳນັກຂ່າວສານ Sputnik ຢັ້ງຢືນວ່າ: ບັນດາການກະທຳຄືແນວນັ້ນຂອງຈີນໄດ້ລະເມີດສິດຖືກຕ້ອງຕາມກົດໝາຍຂອງຫວຽດນາມ.

ສາດສະດາຈານ Vladimir Kolotov, ຫົວໜ້າຄະນະວິຊາປະຫວັດສາດບັນດາປະເທດຕາເວັນອອກໄກ ສັງກັດມະຫາວິທະຍາໄລແຫ່ງຊາດ St.Petersburg ທັງເປັນຜູ້ອຳນວຍການສະຖາບັນ ໂຮ່ຈີມິນ ຖືວ່າ: ຫວຽດນາມມີການປະພຶດຄືດັ່ງ ສະມາຊິກທີ່ມີຄວາມສິວິໄລ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ສະແດງໃຫ້ເຫັນຫຼັກໝັ້ນຂອງຕົນເອງຢ່າງຈະແຈ້ງ ແລະ ຮຽກຮ້ອງໃຫ້ ຈີນ ຕ້ອງປະຕິບັດຕາມກົດໝາຍສາກົນ. ຄວາມຈິງ, ຈີນ ໄດ້ລະເມີດບັນດາເອກະສານສາກົນສຳຄັນທີ່ເຂົາເຈົ້າໄດ້ລົງນາມ ແລະ ໃຫ້ສັດຕະຍາບັນ, ຄືສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ, ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ. ຫວຽດນາມຕ້ອງນຳໃຊ້ “ສິດອຳນາດທີ່ອ່ອນໂຍນ”ຢ່າງຕັ້ງໜ້າກ່ວາອີກ: ຜ່ານບັນດາພາຫະນະສື່ມວນຊົນຂອງບັນດາປະເທດທີ່ແຕກຕ່າງກັນເພື່ອນຳເອົາຫຼັກໝັ້ນຂອງຕົນເຖິງປະຊາຄົມສາກົນ. ຫວຽດນາມໄດ້ພະຍາຍາມພິສູດໃຫ້ເຫັນໃນເວທີສາກົນວ່າ ເຂົາເຈົ້າແມ່ນປະເທດທີ່ເດີນຕາມນະໂຍບາຍຢ່າງສັດຊື່ບໍລິສຸດ, ມີຄວາມຮັບຜິດຊອບ ແລະ ປົກປ້ອງຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ