ທູດພິເສດຂອງນາຍົກລັດຖະມົນຕີຢ້ຽມຢາມຣຸມານີ

(VOVWORLD) -ໂດຍສືບຕໍ່ການໄປປະຕິບັດງານຢູ່ບັນດາປະເທດເອີລົບ, ໃນລະຫວ່າງວັນທີ 06 – 07 ມີນາ, ທ່ານ ບຸຍແທງເຊີນ, ກຳມະການສູນກາງພັກ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ, ໄດ້ໄປຢ້ຽມຢາມ ຣຸມານີ ດ້ວຍຖານະເປັນທູດພິເສດຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.

ທູດພິເສດຂອງນາຍົກລັດຖະມົນຕີຢ້ຽມຢາມຣຸມານີ - ảnh 1 ທ່ານຮອງລັດຖະມົນຕີ ບຸຍແທງເຊີນ ໄດ້ມີການພົບປະ, ເຮັດວຽກກັບການນຳຣຸມານີ

(ພາບ: dangcongsan.vn)

ໃນການຢ້ຽມຢາມຣຸມານີ, ທ່ານຮອງລັດຖະມົນຕີ ບຸຍແທງເຊີນ ໄດ້ມີການພົບປະ, ເຮັດວຽກກັບການນຳຣຸມານີ ຫຼາຍທ່ານ ແລະ ໄດ້ມອບຈົດໝາຍຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ຝາກເຖິງທ່ານນາຍົກລັດຖະມົນຕີຣຸມານີ Viorica Dancila, ໂດຍປາດຖະໜາວ່າ 2 ຝ່າຍສືບຕໍ່ປະຕິບັດບັນດາມາດຕະການເພື່ອປັບປຸງ ແລະ ເຮັດໃຫ້ການພົວພັນລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ. ທ່ານຮອງລັດຖະມົນຕີ ບຸນແທງເຊີນ ຖືວ່າ, ເລື່ອງລົງນາມ, ໃຫ້ສັດຕະຍາບັນ ແລະ ປະຕິບັດສັນຍາການຄ້າເສລີ (EVFTA) ແລະ ສັນຍາອາລັກາການລົງທຶນ (IPA) ຈະນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດທີ່ໃຫຍ່ຫຼວງໃຫ້ທັງ 2 ຝ່າຍ ແລະ ຊ່ວຍຊຸກຍູ້ການພົວພັນຂອງອີຢູ ກັບບັນດາປະເທດໃນພາກພື້ນອາຊີ - ປາຊີຟິກ, ສະເໜີໃຫ້ຣຸມານີ ຕັ້ງໜ້າສົມທົບກັບບັນດາປະເທດສະມາຊິກ EU ຊຸກຍູ້ການລົງນາມ, ໃຫ້ສັດຕະຍາບັນສັນຍາ 2 ສະບັບດັ່ງກ່າວໂດຍໄວ ເພື່ອບັນລຸໄດ້ບັນດາຜົນປະໂຫຍດເຊິ່ງບັນດາສັນຍາອາດຈະນຳມາໃຫ້.

        ສ່ວນຝ່າຍຣຸມານີ ໄດ້ເຫັນດີກັບຂໍ້ສະເໜີຂອງຄະນະຜູ້ແທນຫວຽດນາມ ກ່ຽວກັບບັນດາມາດຕະການປັບປຸງ, ເພີ່ມທະວີການຮ່ວມມື 2 ຝ່າຍໃນບັນດາຂົງເຂດການເມືອງ, ເສດຖະກິດ, ການຮ່ວມມືຢູ່ບັນດາເວທີປາໄສສາກົນ…

ຕອບກັບ

ຂ່າວ/ບົດ​ອື່ນ