ທູດພິເສດຂອງອາເມລິກາ ກ່ຽວກັບ ສປປ.ເກົາຫຼີ ກະກຽມໄປຢ້ຽມຢາມ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ


ທູດພິເສດຂອງອາເມລິກາ ກ່ຽວກັບ ສປປ.ເກົາຫຼີ ກະກຽມໄປຢ້ຽມຢາມ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ - ảnh 1

ທ່ານ Glynn Davies

(ພາບ: AFP)

 (vovworld)-  ການ​ໄປ​ປະຕິບັດ​ງານຢູ່​ສາມ​ປະ​ເທດຈີນ, ສ.​ເກົາຫຼີ ​ແລະ ຍີ່ປຸ່ນ.ຂອງ​ທ່ານ Glynn Davies ທູດ​ພິ​ເສດ​ຂອງອາ​ເມ​ລິ​ກາ ຜູ້​ຮັບຜິດຊອບບັນດາ​ຫ​ານິວ​ເຄຼຍຂອງ ສປປ.​ເກົາຫຼີ​ ​ໃນ​ອາທິດ​ໜ້າ ​ເພື່ອ​ແນ​ໃສ່​ຈຸດ​ຜະ​ສົງ​ປຶກສາ​ຫາລື​ກ່ຽວ​ກັບ​ຫຼາຍ​ຫົວເລື່ອງ, ​ໃນ​ນັ້ນມີ​ເລື່ອງ​ຈະ​ເຊື່ອມ​ຕໍ່​ການ​ເຈລະຈາ 6 ຝ່າຍ​ຄືນ​ໃໝ່. ທ່ານ Glynn Davies ຈະ​ໄປ​ປັກ​ກິ​ງ ​ໃນ​ວັນ​ທີ 27-28/1 ​ເພື່ອ​ພົບ​ປະ​ກັບ​ເຈົ້າໜ້າ​ທີ່​ປະ​ເທດ​ເຈົ້າພາບ, ​ໃນ​ນັ້ນມີ​ທ່ານ ຫວູຕາ​ເຫວີຍ ທູດ​ພິ​ເສດ​ຂອງຈີນ ກ່ຽວ​ກັບ​ແຫຼມ​ເກົາຫຼີ. ທ່ານ Glynn Davies ຈະ​ແມ່ນ​ຜູ້ຕາງໜ້າ​ຂອງ​ອາ​ເມ​ລິ​ກາ ​ເຂົ້າຮ່ວມການ​ເຈລະຈາ 6 ຝ່າຍກ່ຽວ​ກັບ​ບັນຫາ​ປອດ​ນິວ​ເຄຼຍຂອງ ສປປ.​ເກົາຫຼີ ​ໂດຍ​ຈີນ​​ເປັນ​ປະທານ​ຖ້າ​ຫາກ​ວ່າການ​ເຈລະຈາ​ໄດ້​ຮັບ​ກາ​ນ​ເຊື່ອມ​ຕໍ່​ຄືນ​ໃໝ່. ຕໍ່​ຈາກ​ນັ້ນ, ທ່ານ Glynn Davies ຈະ​ມີໜ້າ​ຢູ່​ເຊີ​ອຸນ ​ໃນ​ວັນ​ທີ 29-30/1 ​ເພື່ອ​ພົບ​ປະ​ກັບ​ທ່ານ Cho Tae Young ຫົວໜ້າ​ຄະນະ​ຜູ້ຕາງໜ້າ ສ.​ເກົາຫຼີ ຢູ່​ຮອບ​ເຈລະຈາ 6 ຝ່າຍ ​ແລະ ​ແມ່ນ​ຜູ້ຕາງໜ້າ​ພິ​ເສດ​ຮັບຜິດຊອບ​ບັນດາ​ບັນຫາ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ສັນ​ຕີ​ພາບ​ໃນ​ແຫຼມ​ເກົາຫຼີ. ທ່ານ Glynn Davies ຈະ​ເດີນທາງ​ໄປ​ໂຕ​ກຽວ​ ໃນ​ວັນ​ທີ 30/1 ​ເພື່ອ​ພົບ​ປະ​ກັບ​ຄູ່​ຮ່ວມ​ຕຳ​ແໜ່​ງຍິ່ປຸ່ນ, ທ່ານ Junichi Ihara ຫົວໜ້າ​ກົມ​ບັນດາ​ບັນຫາ​ອາຊີ-​ປາຊີ​ຟິກ ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຍິ່ປຸ່ນ./.

ຂ່າວ/ບົດ​ອື່ນ