ທົ່ວປະເທດໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 336.707 ຄົນຫາຍດີເປັນປົກກະຕິ

(VOVWORLD) -ມາຮອດປະຈຸບັນ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອພະຍາໂຄວິດ-19 ລວມທັງໝົດ 336.707 ຄົນ, ປິ່ນປົວໃຫ້ 132.815 ຄົນຫາຍດີເປັນປົກກະຕິ.
ທົ່ວປະເທດໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 336.707 ຄົນຫາຍດີເປັນປົກກະຕິ - ảnh 1ເຂດແຍກຕົວແຫ່ງໜຶ່ງຢູ່ຮ່າໂນ້ຍ
(ພາບກະຊວງສາທາລະນະສຸກ)

ນັບແຕ່ເມື່ອເກີດໂລກລະບາດໂຄວິດ-19 ມາຮອດປະຈຸບັນ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອພະຍາໂຄວິດ-19 ລວມທັງໝົດ 336.707 ຄົນ, ປິ່ນປົວໃຫ້ 140.087 ຄົນຫາຍດີເປັນປົກກະຕິ. ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ໄລ່ຮອດວັນທີ 20 ສິງຫາ ແມ່ນ 7.540 ຄົນ. ຈຳນວນວັກຊິນໄດ້ສັດແມ່ນກວ່າ 16.494.665 ໂດສ, ໃນນັ້ນຜູ້ສັກເຂັມທີ 2 ແມ່ນກວ່າ 1.707.066 ໂດສ.

        ໃນເຫດການທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 21 ສິງຫາ, ຢູ່ຮ່າໂນ້ຍ, ວິທະຍາຄານເສນາຮັກ ໄດ້ຈັດພິທີເລີ່ມເດີນທາງເພີ່ມທະວີກຳລັງປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃຫ້ແກ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນ ທາງພາກໃຕ້. ຄະນະປະຕິບັດງານລວມມີສະມາຊິກ 295 ຄົນ, ໃນນັ້ນມີທ່ານໝໍ 113 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ