ທົ່ວ​ໂລກ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 254,5 ລ້ານ​ຄົນ

(VOVWORLD) -ໃນ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ກ່ວາ 357.000 ຄົນ ແລະ ຜູ້ເສຍຊີວິດ 4.561 ຄົນ.
ທົ່ວ​ໂລກ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 254,5 ລ້ານ​ຄົນ - ảnh 1ພາບປະກອບ: TTXVN

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 16 ພະຈິກ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 254,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 5,12 ລ້ານຄົນ. ໃນ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ກ່ວາ 357.000 ຄົນ ແລະ ຜູ້ເສຍຊີວິດ 4.561 ຄົນ.

ເຂດໂລກລະບາດຮ້ອນເຮັ່ງທີ່ສຸດແມ່ນ ຢູ່ອາຊີ ແລະ ເອີລົບຕາເວັນອອກ.ໂລກລະບາດພວມແຜ່ລະບາດຄືນ ຢູ່ເອີລົບ ໃນຂະນະທີ່ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນຢ່າງແຮງຢູ່ຫຼາຍປະເທດ ເອີລົບ. ຫຼາຍປະເທດ ໄດ້ເຫັນປະຈັກຕາການແຜ່ລະບາດຂອງເຊື້ອພະຍາດໂຄວິດ - 19 ສາຍພັນໃໝ່ຄື: ອາເມລິກາ, ອັງກິດ, ລັດເຊຍ, ຢູແກຼນ, ຕວັກກີ ແລະ ຈຳນວນຜູ້ຕິດເຊື້ອໃໝ່ຍັງຢູ່ລະດັບສູງ. ຢູ່ເຢຍລະມັນ, ຍ້ອນໂລກລະບາດໂຄວິດ - 19 ນັບມື້ນັບມີການຜັນແປຢ່າງສັບສົນ, ດັ່ງນັ້ນ ທ່ານປະທານາທິບໍດີ Frank – Walter Stainmeier ໄດ້ຮຽກຮ້ອງໃຫ້ພົນລະເມືອງໝົດທຸກຄົນ ທີ່ຍັງມີຄວາມລັ່ງເລໃຈໃນການສັກວັກຊິນ ຈົ່ງໄປສັກວັກຊິນກັນໂຄວິດ - 19 ຢ່າງຮີບດ່ວນ.

ຕອບກັບ

ຂ່າວ/ບົດ​ອື່ນ