ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 208,6 ລ້ານ​ຄົນ​

(VOVWORLD) -ຕາມເວັບໄຊສະຖິຕິ  worldometers.infoແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 17 ສິງຫາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 208,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 4,4 ລ້ານຄົນ.



ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 208,6 ລ້ານ​ຄົນ​ - ảnh 1ພາບປະກອບ: THX/TTXVN

ປັດຈຸບັນ, ອາເມລິກາມີຈຳນວນຜູ້ຕິດເຊື້ອທັງໝົດແມ່ນກ່ວາ 37,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 638.728 ຄົນ. ອິນເດຍຢຶນຢູ່ອັນດັບທີ 2 ກ່ຽວກັບຈຳນວນຜູ້ຕິດເຊື້ອ, ປັດຈຸບັນແມ່ນ 32,25 ລ້ານຄົນ, ໃນຂະນະນັ້ນ ບຣາຊິນ ຢຶນອັນດັບທີ 2 ກ່ຽວກັບຈຳນວນຜູ້ເສຍຊີວິດ, ແມ່ນ 569.581 ຄົນ.

ສ່ວນຢູ່ຫວຽດນາມ, ນັບແຕ່ເວລາ 18 ໂມງ ຂອງວັນທີ 16 ສິງຫາ ຫາ ເວລາ 18 ໂມງຂອງວັນທີ 17 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 9.605 ຄົນ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 293.301 ຄົນ, ໃນນັ້ນ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ຂຶ້ນເຖິງ 111.308 ຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ