ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 225 ລ້ານຄົນ

(VOVWORLD) -ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ນັບແຕ່ຕົ້ນມາຮອດປະຈຸບັນໃນທົ່ວໂລກ ໄດ້ລື່ນຕົວເລກ 225 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,63 ລ້ານຄົນ.
ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 225 ລ້ານຄົນ - ảnh 1(ພາບປະກອບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 439.000 ຄົນ ແລະ ມີຜູ້ເສຍຊີວິດເກືອບ 7.500 ຄົນ. ສະນັ້ນ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ນັບແຕ່ຕົ້ນມາຮອດປະຈຸບັນໃນທົ່ວໂລກ ໄດ້ລື່ນຕົວເລກ 225 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,63 ລ້ານຄົນ.

3 ປະເທດມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍທີ່ສຸດແມ່ນ ອາເມລິກາ (ກວ່າ 69.000 ຄົນ), ອິນເດຍ (31.211 ຄົນ) ແລະ ອັງກິດ (29.547 ຄົນ). ໃນຂະນະນັ້ນ, 3 ປະເທດມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກໃນຮອບເວລາ 24 ຊົ່ວໂມງຜ່ານມາແມ່ນ ລັດເຊຍ (796 ຄົນ), ອາເມລິກາ (713 ຄົນ) ແລະ ເມັກຊີໂກ (699 ຄົນ).

ສ່ວນຢູ່ຫວຽດນາມ, ໄລ່ຮອດວັນທີ 12 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂວຄິດ-19 ທັງໝົດ 613.375 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 374.578 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ