ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 58 ລ້ານຄົນ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 58.468.801 ຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1.385.717 ຄົນ.

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 58 ລ້ານຄົນ - ảnh 1(ພາບປະກອບ: THX/ TTXVN) 

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 21 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 58.468.801 ຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1.385.717 ຄົນ.

ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 12 ລ້ານຄົນ ແລະ ຜູ້ເສຍຊີວິດ 261.760 ຄົນ. ຖັດຈາກນັ້ນແມ່ນອິນເດຍ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 9.100.000 ຄົນ ແລະ ມີຜູ້ເສຍຊີວິດກວ່າ 133.363  ຄົນ. ບຣາຊິນ ຢືນອັນດັບທີ 3 ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 6.052.000 ຄົນ ແລະ ມີຜູ້ເສຍຊີວິດກວ່າ 169.016  ຄົນ. ຕໍ່ຈາກນັ້ນແມ່ນບັນດາປະເທດຄື: ຝລັ່ງ, ລັດເຊຍ, ແອັດສະປາຍ, ອັງກິດ ແລະ ອີຕາລີ.

ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ຜ່ານ 81 ມື້ແລ້ວທີ່ ຫວຽດນາມບໍ່ມີຜູ້ຕິດເຊື້ອໃນຊຸມຊົນ. ໄລ່ຮອດຕອນເຊົ້າວັນທີ 21 ພະຈິກ ຫວຽດນາມ ມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ທັງໝົດ 1305 ຄົນ, ໃນນັ້ນມີ 1142 ຄົນ ໄດ້ປິ່ນປົວຫາຍດີ ແລະ ມີ 35 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ