ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ກວ່າ 200 ລ້ານ​ຄົນ, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໃໝ່​ຢູ່ຫຼາຍ​ປະ​ເທດ ອາ​ຊີ ພວມ​ເພີ່ມ​ຂຶ້ນ​ຢ່າງ​ແຮງ

(VOVWORLD) - ໄລ່ຮອດຕອນເຊົ້າວັນທີ 04 ສິງຫາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດ 200 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,25 ລ້ານຄົນ ເສຍຊີວິດ.
ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ກວ່າ 200 ລ້ານ​ຄົນ, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໃໝ່​ຢູ່ຫຼາຍ​ປະ​ເທດ ອາ​ຊີ ພວມ​ເພີ່ມ​ຂຶ້ນ​ຢ່າງ​ແຮງ - ảnh 1ການສົ່ງຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຢູ່ ຈາກາຕາ, ອິນໂດເນເຊຍ (ພາບ: THX/TTXVN)

ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອສະສົມທັງໝົດ 36 ລ້ານຄົນ ແລະ ກວ່າ 630.400 ຄົນເສຍຊີວິດ. ໃນເວລາ 24 ຊົ່ວໂມງຜ່ານມາ, ອາເມລິກາ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກກວ່າ 93.400 ຄົນ.

        ໃນຂະນະນັ້ນ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ເອີຣົບ ມີທັງໝົດ 50 ປະເທດ ເອີຣົບ, ໃນນັ້ນ ມີທັງ ສະຫະພັນ ລັດເຊຍ ແລະ ຕວັກກີ ແມ່ນຫຼາຍກວ່າ 60 ລ້ານຄົນແລ້ວ, ໃນນັ້ນ ມີຫຼາຍກວ່າ 1,2 ລ້ານຄົນເສຍຊີວິດ.

        ໂລກລະບາດໂຄວິດ - 19 ຍັງສືບຕໍ່ມີການຜັນແປຢ່າງສັບສົນຢູ່ບັນດາຈຸດຮ້ອນເຮັ່ງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຕໍ່ໜ້າການແຜ່ລະບາດຢ່າງຮ້າຍແຮງຂອງເຊື້ອໄວຣັດສາຍພັນ Delta, ລັດຖະບານຫຼາຍປະເທດ ສືບຕໍ່ປະຕິບັດບັນດາມາດຕະການຄວບຄຸມຢ່າງເຄັ່ງຄັດ.


 

ຕອບກັບ

ຂ່າວ/ບົດ​ອື່ນ