ທົ່ວ​ໂລກ​ມີ​ຜູ້​ເສຍ​ຊີ​ວິດເກືອບ 5,5 ລ້ານ​ຄົນ ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ໄລ່ຮອດເວລາ 2 ໂມງ 30 ນາທີ ຂອງຕອນເຊົ້າວັນທີ 8 ມັງກອນ (ຕາມເວລາ UTC), ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໃນທົ່ວໂລກແມ່ນເກືອບ 304 ລ້ານຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງ 30 ນາທີ ຂອງຕອນເຊົ້າວັນທີ 8 ມັງກອນ (ຕາມເວລາ UTC), ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໃນທົ່ວໂລກແມ່ນເກືອບ 304 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດເກືອບ 5,5 ລ້ານຄົນ. ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີແມ່ນກວ່າ 258 ລ້ານຄົນ.

        ອາເມລິກາ, ອິນເດຍ, ບຣາຊິນ, ອັງກິດ, ຝລັ່ງ, ລັດເຊຍ… ແມ່ນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19.

 

ຕອບກັບ

ຂ່າວ/ບົດ​ອື່ນ