ທະ​ຫານ​ເຂດ 9 ເຂົ້າ​ຮ່ວມ​ການ​ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19

(VOVWORLD) -ດ້ວຍຂອບຂະໜາດ ມີ 300 ຕຽງນອນຄົນເຈັບ,ໂຮງໝໍກາງສະໜາມປົວພະຍາດຕິດແປດ ເລກທີ 6 B ກຽມພ້ອມການຍົກລະດັບຕຽງນອນຂຶ້ນເຖິງ 500 ຕຽງເມື່ອມີຄວາມຮຽກຮ້ອງຕ້ອງການ.
ທະ​ຫານ​ເຂດ 9 ເຂົ້າ​ຮ່ວມ​ການ​ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 - ảnh 1ພິທີອອກເຄື່ອນພົນໄປຍັງ ໂຮງໝໍກາງສະໜາມປົວພະຍາດຕິດແປດ ເລກທີ 6 B

ຕອນບ່າຍວັນທີ 8 ສິງຫາ, ຢູ່ໂຮງໝໍເສນາຮັກ 121, ກົມພະລາທິການທະຫານເຂດ 9, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທະຫານເຂດ 9 ໄດ້ຈັດຕັ້ງພິທີອອກເຄື່ອນພົນຜັນຂະຫຍາຍ ໂຮງໝໍກາງສະໜາມປົວພະຍາດຕິດແປດ ເລກທີ 6 B ຢູ່ນະຄອນເກິນເທີ.

ໂຮງໝໍດັ່ງກ່າວໄດ້ຕັ້ງຢູ່ ຕາແສງ ເຟືອກເທີຍ, ເມືອງ ໂອມົນ, ມີໜ້າທີ່ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ມີອາການເບົ່າ ແລະ ປານກາງ. ທ່ານພັນເອກ ຫງວຽນວັນວິງ ຜູ້ອຳນວຍການໂຮງໝໍກາງສະໜາມປົວພະຍາດຕິດແປດເລກທີ  6B ໃຫ້ຮູ້ວ່າ:

ເຖິງວ່າ ນີ້ແມ່ນໜ້າທີ່ຫຍຸ້ງຍາກ ແມ່ນ ເຕັມໄປດ້ວຍຄວາມສັບສົບ ແລະ ອັນຕະລາຍກໍ່ຕາມ ແຕ່ພວກຂ້າພະເຈົ້າໄດ້ກຳນົດວ່າ ຕ້ອງເສີມຂະຫຍາຍມູນເຊື້ອທະຫານລຸງໂຮ່ ແລະ ຄຳສັ່ງສອນຂອງ ປະທານໂຮ່ຈີມິນ “ທ່ານໝໍຄືແມ່ຜູ້ໃຈດີ”, ກຽມພ້ອມ ແລະ ແກ້ໄຂທຸກຄວາມຫຍຸ້ງຍາກ, ສາມັກຄີກັນເຫັນດີເປັນເອກະພາບຢ່າງສູງ ເພື່ອປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບ ມອບໝາຍຢ່າງມີໄຊ. ຕັດສິນໃຈວ່າ ເວລາໃດລົບລ້າງໄດ້ໂລກລະບາດໂຄວິດ - 19 ຢ່າງສິ້ນເຊິ່ງ, ເວລານັ້ນພວກຂ້າພະເຈົ້າຈຶ່ງກັບເມືອບ້ານ.

ດ້ວຍຂອບຂະໜາດ ມີ 300 ຕຽງນອນຄົນເຈັບ, ໂຮງໝໍດັ່ງກ່າວ ກຽມພ້ອມການຍົກລະດັບຕຽງນອນຂຶ້ນເຖິງ 500 ຕຽງເມື່ອມີຄວາມຮຽກຮ້ອງຕ້ອງການ.

ຕອບກັບ

ຂ່າວ/ບົດ​ອື່ນ