ທະຫານໂດດຈ້ອງອາເມລິກາ 300 ຄົນໄປເຖິງ ຢູແກຼນເພື່ອຝຶກອົບຮົມແອບໃຫ້ກຳລັງທະຫານພິທັກ

ທະຫານໂດດຈ້ອງອາເມລິກາ 300 ຄົນໄປເຖິງ ຢູແກຼນເພື່ອຝຶກອົບຮົມແອບໃຫ້ກຳລັງທະຫານພິທັກ - ảnh 1
ທະຫານ​​ໂດດຈ້ອງ​ອາ​ເມ​ລິ​ກາ
(ພາບ: vietbao.vn)


​(vovworld) –  ທະຫານ​​ໂດດຈ້ອງ​ອາ​ເມ​ລິ​ກາ 300 ຄົນ​ໄປ​ເຖິງ​ຢູ​ແກຼນ ​ເພື່ອ​ຝຶກ​​ແອບ​ໃຫ້​ກຳລັງ​ທະຫານ​ພິທັກ, ຈຳນວນພົນທະຫານ​ດັ່ງກ່າວ​ສັງ​​ກັດ​ກອງ​ພົນ​ນ້ອຍ​ຂົນສົ່ງທາງ​ອາກາດ 173, ຕັ້ງທັບ​ຢູ່ Vicenza, ປະ​ເທດ​ອີ​ຕາ​ລີ ​ໄດ້​ໄປ​ເຖິງ​​ເຂດ Yavoriv, ທາງທິດຕາ​ເວັນ​ຕົກ​ຢູ​ແກຼນ, ​ໃນ​ລະຫວ່າງ​ວັນ​ທີ 14 – 15/04 ​ແລະ ​ເຂົ້າ​ຮ່ວມ​ການ​ຝຶກ​​ແອບ​ໃຫ້ 3 ກອງພັນ​ນ້ອຍທະຫານ​ພິທັກ​ແຫ່ງ​ຊາດ​ຢູ​ແກຼນ ​ໃນ​ໄລຍະ 6 ​ເດືອນ. ບັນດາ​ພົນທະຫານ​ດັ່ງກ່າວ ຈະ​ດຳ​ເນີນ​ການ​ບຳລຸງ​ສ້າງ​ຄວາມ​ສາມາດ​ໃນການ​ສູ້​ຮົບ, ກໍ່​ຄື​ຍົກ​ສູງ​ລັກສະນະ​ວິຊາ​ສະ​ເພາະ, ປະສິດທິ​ຜົນ​ຂອງ​ບັນດາ​ພົນທ​ະຫານ​ຢູ​ແກຼນ.

        ຕໍ​ໜ້າການ​ກະທຳ​ດັ່ງກ່າວ, ວັນ​ທີ 17/04, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ​ໄດ້​ຕັກ​ເຕື່ອນ​ເລື່ອງທະຫານ​​ໂດດຈ້ອງ​ອາ​ເມ​ລິ​ກາ 300 ຄົນ​ ມີ​ໜ້າ​ຢູ່​ຢູ​ແກຼນ ​ເພື່ອ​ຝຶກ​​ແອບ​ໃຫ້ກຳລັງທະຫານ​ພິທັກ​ແຫ່ງ​ຊາດ​ຢູ​ແກຼນ  ຕ້ານ​ຄືນ​ກຳລັງທ່ວງ​​ໃຫ້​ເປັນ​ເອກະລາດ ຈະ​​​ເຮັດ​​ໃຫ້​ເກີດບັນດາ​ການ​ປະ​ທະ​ກັນ​ໃໝ່ ​ແລະ ພາ​ໄປ​ເຖິງ​ສະພາບ​ນໜອງ​ເລືອດ​ຢູ່​ພາກຕາ​ເວັນ​ອອກຢູ​ແກຼນ. ມົດສກູ​ຖື​ວ່າ, ບັນດາ​​ແຜນການຂອງ​ອາ​ເມ​ລິ​ກາ​ແມ່ນ​ການລະ​ເມີດ​ຢ່າງ​ຈະ​ແຈ້ງ​ຂໍ້​ຕົກລົງ​ຢຸດ​ຍິງ Minsk ທີ່​ບັນລຸ​ໄດ້​ລະຫວ່າງ​ບັນດາ​ຝ່າ​ຍປະ​ທະ​ກັນ ​ເມື່ອ​ວັນ​ທີ 12/02 ຜ່ານ​ມາ, ​ໃນ​ນັ້ນ​ມີ​ມາດຕາ​ຖອນ​ກຳລັງ​ທະຫານ​ຕ່າງ​ປະ​ເທດ​ອອກ​ຈາກ​ຢູ​ແກຼນ.

ຂ່າວ/ບົດ​ອື່ນ