ທະ​ເລ​ຕາ​ເວັນ​ອອກ ແລະ ອະ​ທິ​ປະ​ໄຕ​ເຂດທະ​ເລ​ໝູ່​ເກາະ ຫວຽດ​ນາມ ພາຍ​ໃຕ້​ແງ່​ມູນ​ຂອງ ນັກ​ຮຽນ​ຮູ້​ ເອີ​ລົບ

(VOVWORLD) - ກ່າວຄຳເຫັນໄຂພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວານທັ້ງ ໄດ້ຕີລາຄາສູງຄວາມມານະພະຍາຍາມ ຂອງບັນດາສ່ວນບຸກຄົນ ແລະ ສະມາຄົມ ພ້ອມກັນປະກອບສ່ວນເພື່ອຈັດກອງປະຊຸມສຳມະນາ.
ທະ​ເລ​ຕາ​ເວັນ​ອອກ ແລະ ອະ​ທິ​ປະ​ໄຕ​ເຂດທະ​ເລ​ໝູ່​ເກາະ ຫວຽດ​ນາມ ພາຍ​ໃຕ້​ແງ່​ມູນ​ຂອງ ນັກ​ຮຽນ​ຮູ້​ ເອີ​ລົບ - ảnh 1ກອງປະຊຸມສຳມະນາວິທະນາສາດ ດ້ວຍຫົວຂໍ້ “ທະເລຕາເວັນອອກ ແລະ ບັນຫາອະທິປະໄຕຂອງ ຫວຽດນາມ”
(ພາບ: TTXVN)

ວັນທີ 10 ມິຖຸນາ, ຢູ່ນະຄອນຫຼວງ ປາຣີ ຂອງປະເທດ ຝລັ່ງ ໄດ້ດຳເນີນກອງປະຊຸມສຳມະນາວິທະນາສາດ ດ້ວຍຫົວຂໍ້ “ທະເລຕາເວັນອອກ ແລະ ບັນຫາອະທິປະໄຕຂອງ ຫວຽດນາມ” ດ້ວຍການເຂົ້າຮ່ວມຂອງນັກຮຽນຮູ້ ແລະ ຜູ້ຮັກມັກທະເລໝູ່ເກາະ ຫວຽດນາມ ເປັນຈຳນວນຫຼາຍ. ເນື່ອງໃນໂອກາດນີ້, ການພົບປະລະຫວ່າງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເຄີຍໄປຢາມໝູ່ເກາະ ເຈື່ອງຊາ ກໍ່ໄດ້ຈັດຂຶ້ນພ້ອມກັບງານວາງສະແດງພາບຖ່າຍ ແລະ ວັດຖຸກ່ຽວກັບເຂດໝູ່ເກາະແຫ່ງນີ້.

ກ່າວຄຳເຫັນໄຂພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວານທັ້ງ ໄດ້ຕີລາຄາສູງຄວາມມານະພະຍາຍາມ ຂອງບັນດາສ່ວນບຸກຄົນ ແລະ ສະມາຄົມ ພ້ອມກັນປະກອບສ່ວນເພື່ອຈັດກອງປະຊຸມສຳມະນາ. ທ່ານເອກອັກຄະລັດຖະທູດ ຖືວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍຢ່າງຍິ່ງ ຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ພິເສດແມ່ນຊາວຫວຽດນາມ ອາໄສຢູ່ ເອີລົບ, ສະແດງໃຫ້ເຫັນນ້ຳໃຈ ແລະ ຄວາມສະໜິດຕິດພັນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນ, ປະເທດຊາດ ແລະ ບັນດາຫົວຂໍ້ໃຫຍ່ຂອງປະເທດຊາດອີກດ້ວຍ.

ເມື່ອແບ່ງປັນກ່ຽວກັບແງ່ມູນຂອງຕົນຕໍ່ບັນຫາທະເລຕາເວັນອອກ ແລະ ບັນດາໝູ່ເກາະ ຫວຽດນາມ, ທ່ານ Patrice Jorland ສາດສະດາຈານ ປະຫວັດສາດ, ອະດີດປະທານສະມາຄົມມິດຕະພາບ ຝລັ່ງ - ຫວຽດນາມ ໃຫ້ຮູ້ວ່າ ຖ້າພິຈາລະນາຕາມກົດໝາຍສາກົນ, ຫວຽດນາມ ມີເຂດເສດຖະກິດຈຳເພາະທີ່ກວ້າງໃຫຍ່. ທ່ານ Patrice Jorland ໃຫ້ຮູ້ວ່າ ຫວຽດນາມ ມີອະທິປະໄຕຢູ່ທະເລຕາເວັນອອກ, ກ່ຽວຂ້ອງເຖິງອະທິປະໄຕຢູ່ໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາ, ທ່ານໃຫ້ຮູ້ວ່າ ບັນດາຫຼັກຖານປະຫວັດສາດສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ຢັ້ງຢືນອະທິປະໄຕຢູ່ສອງເຂດໝູ່ເກາະນີ້, ພິເສດແມ່ນ ຮ່ວາງຊາ, ນັບແຕ່ທ້າຍສະຕະວັດທີ 18 ພາຍໃຕ້ສະໄໝເຈົ້າຊີວິດ ຫງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ