
(ພາບປະກອບ: baocongthuong.com.vn)
(vovworld)- ໃນຄວາມມານະພະຍາຍາມເພື່ອແນໃສ່ໂຄສະນາພາບພົດບັນດາປະເທດສະມາຊິກອາຊຽນ, ທ່ານເລແທງຕຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳເມັກຊິກໂກ ພ້ອມກັບຜູ້ຕາງໜ້າບັນດາປະເທດໄທ, ອິນໂດເນເຊຍ, ຟີລິບປິນ ແລະ ສິງກະໂປ ຫາກໍ່ເຂົ້າຮ່ວມເວທີປາໄສການຄ້າ-ການລົງທຶນ ຈັດຂຶ້ນຢູ່ນະຄອນ Guadalaijara ເມືອງເອກຂອງລັດ Jalisco ປະເທດເມັກຊິກໂກ. ກ່າວຄຳເຫັນທີ່ເວທີປາໄສ, ຜູ້ຕາງໜ້າປະເທດເຈົ້າພາບລ້ວນແຕ່ໄດ້ເນັ້ນໜັກວ່າ: ເຂດທາງທິດຕາເວັນຕົກເມັກຊິກໂກ ເວົ້າສະເພາະ ແລະ ປະເທດເມັກຊິກໂກເວົ້າລວມມີຄວາມປາດຖະໜາຢາກສ້າງການພົວພັນດ້ານການຄ້າກັບບັນດາຄູ່ຮ່ວມມືອາຊຽນ ພ້ອມທັງຫວັງວ່າວິສາຫະກິດຂອງບັນດາປະເທດອາຊຽນ ຈະລົງທຶນເຂົ້າທາງທິດຕາເວັນຕົກເມັກຊິກໂກ ເພື່ອກ້າວໄປເຖິງການສົ່ງອອກໄປຍັງປະເທດອື່ນໃນພາກພື້ນ. ຜູ້ຕາງໜ້າ ສະຖານທູດຫວຽດນາມ ປະຈຳເມັກຊິກໂກ ໄດ້ສົ່ງເອກະສານ 200 ຊຸດ ແລະ ແນະນຳບັນຊີລາຍຊື່ 30 ປະເພດສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໃຫ້ບັນດາຜູ້ແທນ ແລະ ວິສາຫະກິດເຂົ້າຮ່ວມເວທີປາໄສ. ທີ່ເວທີປາໄສ, ລູກຄ້າຂອງປະເທດເຈົ້າພາບຫຼາຍຄົນມີຄວາມສົນໃຈຕໍ່ບັນດາປະເພດສິນຄ້າສົ່ງອອກຂອງຫວຽດນາມຄື: ລົດຖີບ ແລະ ເຄື່ອງອາໄຫ່ລ, ເຄື່ອງເອເລກໂຕນິກ, ເຕັກໂນໂລຊີ, ເຄື່ອງປັ້ນ, ເຄືອບດິນເຜົາ, ເຂົ້າສານ, ເຄື່ອງຕຳແຜ່ນຕັດຫຍີບ….