ທ່ານ Hassan Rowhani ຮັບດຳລົງຕຳແໜ່ງເປັນປະທານາທິບໍດີອີຣານ ຢ່າງເປັນທາງການ

ທ່ານ Hassan Rowhani ຮັບດຳລົງຕຳແໜ່ງເປັນປະທານາທິບໍດີອີຣານ ຢ່າງເປັນທາງການ - ảnh 1
ທ່ານ Hassan Rowhani ​ໄດ້​ສະບາ​ນຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ​
ເປັນ​ປະທານາທິບໍດີ ຢູ່​ສະພາ​ແຫ່ງ​ຊາດ​ອີຣານ
(ພາບອີນເຕີແນດ)


(vovworld) -     ວັນ​ທີ 04 ສິງຫາ, ທ່ານ Hassan Rowhani ​ໄດ້​ສະບາ​ນຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ ຢູ່​ສະພາ​ແຫ່ງ​ຊາດ​ອີຣານ ​ຢ່າງ​ເປັນ​ທາງ​ການ. ທ່ານ​ປະທານາທິບໍດີ Hassan Rowhani ອາຍຸ 64 ປີ, ​ແມ່ນ ບາດ​ຫຼວງນິຍົມ​ແນ​ວທາງ​ປະຕິ​ຮູບ. ​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ພິທີ​ສະບາ​ນຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ, ທ່ານ​ປະທານາທິບໍດີ​ຄົນ​ໃໝ່ Hassan Rowhani ​ເນັ້ນ​ໜັກ​​ເຖິງ​ຈຸດໝາຍ​ໃນ​ອາຍຸ​ການ​ຄັ້ງ​ນີ້​ແມ່ນ​ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ ​ໄປຄຽງ​ຄູ່ກັບ​ການຍຸບ​ເລີກ​ສະພາບ​ໂດດ​ດຽວ​ແນ​ໃສ່​ອີຣານ ຜ່ານ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ຂອງ​ບັນດາປະ​ເທດ​ຝ່າຍ​ຕາງ​ເວັນ​ຕົກ. ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍ ພວມ​ກໍ່ຄວາມ​ໂຕ້​ຖຽງ​ກັນຂອງ​ອີຣານ, ທ່ານ​ປະທານາທິບໍດີ Hassan Rowhani ຖື​ວ່າ ການ​ເຈລະຈາ ​ແລະ ບໍ່​ຈັດ​ວາງ​ການ​ລົງ​ໂທດ ​ແມ່ນ​ວິ​ທີ່​ໜຶ່ງ​ດຽວ​ເພື່ອ​ພົບ​ປະ​ກັບ​ອີຣານ ອີ່ງບົນພື້ນຖານ​ສະ​ເໝີ​ພາບ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເຄົາລົບ​ເຊິ່ງກັນ ​ແລະ ກັນ ​ແລະ ຫຼຸ​ດຜ່ອນຄວາມເປັນ​ປໍ​ລະ​ປັກ. ທ່ານ​ປະທານາທິບໍດີ Hassan Rowhani ຢືນຢັນ​ວ່າ ບໍ່​ສາມາດ​ນຳ​ໃຊ້​ບັນດາ​ມາດ​ຕະການ​ລົງ​ໂທດ ​ແລະ ນາບ​ຂູ່​ສົງຄາມ​​ເປັນ​ເຄື່ອງມື​ເພື່ອ​ກໍ່​ຄວາມ​ກົດ​ດັນສຳລັບ​ອີຣານ.
      ແລະກໍໃນວັນດຽວກັນ, ພາຍຫຼັງ​ພິທີ​ສະບາ​ນຕົວ​ຮັບ​ດຳລົງ​ຕຳ​ແໜ່ງ ປະທານາທິບໍດີຄົນ​ທີ 7 ຂອງ​ອີຣານ, ທ່ານ Hassan Rowhani ​ໄດ້​ປະກາດບັນ​ຊີ​ລາຍ​ຊື່​ສະມາຊິກລັດຖະບານ​ໃໝ່ ​ເຊິ່ງລວມມີ​ບັນດາ​ນັກ​ການ​ເມືອງ​ທີ່​ມີ​ປະສົບ​ການ. ຕາມ​ຂໍ້​ກຳນົດ, ທ່ານ​ປະທານາທິບໍດີ​ຄົນ​ໃໝ່ ມີ​ເວລາ 2 ອາທິດ ​ເພື່ອ​ກະກຽມສະ​ເໜີ​ບັນ​ຊີ​ລາຍ​ຊື່​ສະມາຊິກລັດຖະບານ​ໃໝ່. ການ​ກະທຳ​ດັ່ງກ່າວຂອງ​ທ່ານ Hassan Rowhani ຖືກ​ຖື​ວ່າ​ແມ່ນ​ເພື່ອ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ໃນ​ການ​ຫາ​ສຽງ​ເລືອກ​ຕັ້ງ ​ແມ່ນ​ກອບກູ້​ເອົາ​ພື້ນຖານ​ເສດຖະກິດ​ຊຸດ​ໂຊມຍ້ອນ​ຖືກ​ຜົນ​ສະທ້ອນຢ່າງ​ຮ້າຍ​ແຮງ​ຈາກຄຳ​ສັ່ງ​ລົງ​ໂທດ​ຂອງ​ຝ່າຍ​ຕ່າ​ເວັນ​ຕົກ ຈັດ​ວາງ ຍ້ອນໂຄງການ​ນິວ​ເຄຼຍ ທີ່​ກໍ່​ຄວາມ​ໂຕ້​ຖຽນກັນຂອງ​ອີຣານ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ມຸ່ງ​ໄປ​ເຖິງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ທີ່​ຖື​ລັກສະນະ​ສ້າງສາ​ກັບ​ສາກົນ. ສະພາ​ແຫ່ງ​ຊາດ​ອີຣານມີ​ເວລາ 10 ວັນ ​ເພື່ອ​ພິຈາລະນາບັນຊີ​ລາຍ​ຊື່​ສະມາຊິກລັດຖະບານ​ໃໝ່, ​ແຕ່​ວົງ​ການ​ນັກ​ຂ່າວ​ອີຣານ ​ໃຫ້​ຮູ້​ວ່າ ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ ​ໄດ້​ກຽມພ້ອມ​ການ​ປ່ອນ​ບັດ​ໃນ​ໄລຍະ 10 ອາທິ​ດ ຫຼື ​ໄວ​ກວ່າ. ​ໃນ​ຈຳນວນ​ບັນດາ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຫຼັກ​ແຫຼ່ງມີ​ອະດີດນັກ​ການ​ທູດ Mohammad Javad Zarif ດ້ວຍ​ຕຳ​ແໜ່​ງ​ເປັນລັດຖະມົນຕີ​ການ​ຕ່າງປະ​ເທດ, ອະດີດ​ລັດຖະມົນຕີ​ກະຊວງນ້ຳມັນ Bijan Namdar Zanganeh ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ຜູ້ນຳ​ໜ້າ​ຂະ​ແນ​ງນ້ຳມັນ​ຄື​ນ​ໃໝ່.
ຂ່າວ/ບົດ​ອື່ນ