ທ່ານ ຟາມ​ມິງ​ຈິ້ງ ນາຍ​ົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ເຂົ້າ​​ຢ້ຽມ​ອຳ​ລາ.

(VOVWORLD) - ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈຕໍ່ນ້ຳໃຈ, ການຊ່ວຍເຫຼືອຂອງ ພັກ-ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ.
ທ່ານ ຟາມ​ມິງ​ຈິ້ງ ນາຍ​ົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຕ້ອນ​ຮັບ ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ເຂົ້າ​​ຢ້ຽມ​ອຳ​ລາ. - ảnh 1ທ່ານ ຟາມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ ທ່ານ ແສງເພັດ ຮ່ວງບຸນຍວງເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ.ລາວ ປະຈຳ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 14 ກັນຍາ, ທີ່ທຳນຽບລັດຖະບານ, ທ່ານ ຟາມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ ທ່ານ ແສງເພັດ ຮ່ວງບຸນຍວງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດຈົບວາລະການດຳລົງຕຳແໜ່ງ ທີ່ຫວຽດນາມ.

ທີ່ພິທີຮັບຕ້ອນ, ທ່ານ ຟາມມິງຈິ້ງ ໄດ້ ຊົມເຊີຍ ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ທີ່ໄດ້ປະສົບຜົນສຳເລັດຢ່າງຈົບງາມຕາມວາລະການດຳລົງຕຳແໜ່ງຂອງຕົນ ທີ່ຫວຽດນາມ ແລະ ມີຄວາມເປັນກຽດທີ່ ພັກ, ລັດ ຫວຽດນາມ ໄດ້ມອບຫຼຽນໄຊແຮງງານ ຊັ້ນ I ໃຫ້ທ່ານເອກອັກຄະລັດຖະທູດເນື່ອງຈາກທ່ານໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ. ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈຕໍ່ນ້ຳໃຈ, ການຊ່ວຍເຫຼືອຂອງ ພັກ-ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ; ສະແດງຄວາມເອກອ້າງທະນົງໃຈຍ້ອນວ່າໄດ້ມານະພະຍາຍາມ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງການນຳຂັ້ນສູງ ແລະ ປະຊາຊົນສອງປະເທດ ກໍ່ຄືປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ເພີ່ມພູນຄູນສ້າງສາຍພົວພັນຂອງສອງປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ