ທ່ານHtinKyawປະທານາທິບໍດີສະຫະພາບມຽນມາພົບປະທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ

ທ່ານHtinKyawປະທານາທິບໍດີສະຫະພາບມຽນມາພົບປະທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ - ảnh 1
(ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຝ່າຍ)

(vovworld)- ​ທີ່​ພິ​ທີ​ພົບ​ປະ ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ສາ​ທາ​ລະ​ນະ​ລັດສະ​ຫະ​ພາບ​ມຽນ​ມາ ໄດ້​ດຳ​ເນີນ ໃນ​ຕອນ​ບ່າຍ ວັນ​ທີ 26/10, ຢູ່​ຮ່າ​ໂນ້ຍ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີຫ​ວຽດ​ນາມ ​ຫງວ​ນ​ຊວນ​ຟຸກ ປາດ​ຖະ​ໜາ​ວ່າ: ຫວຽດ​ນາມ ແລະ ມຽນ​ມາ ຈະ​ພັດ​ທະ​ນາ​ຮອບ​ດ້ານ ແລະ ການ​ພົວ​ພັນ​ນີ້ນັບ​ມື້ນັບ​ກວ້າງ​ເລິກ​, ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ: ໃນ​ສະ​ພາບ​ການ​ໂລກ​ມີ​ການ​ຜັນ​ແປຫຼາຍ​ຢ່າງ, ສອງ​ປະ​ເທດ​ຄວນ​ຍູ້​ແຮງ​ສົມ​ທ​ົບ​ກັນ​ ໃນ​ທຸກ​ຂົງ​ເຂດ ​ທີ່​ເປັນ​ທ່​າແຮງ​ຂອງ​ແຕ່​ລະ​ຝ່າຍ. ​ທ່ານ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ​ມີທ່າ​ໄດ້​ປຽບ ​ໃນ​ການ​ສົ່ງ​ອອກຫຼາຍ​ຢ່າງ, ເປັນ​ຕົ້ນ​ແມ່ນ​ບັນ​ດາຜະ​ລິດ​ຕະ​ພັນ​ກະ​ເສດ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ປາດ​ຖະ​ໜາ​ຢາກ ​ຮ່ວມ​ມື​ກັບ​ມຽນ​ມາ​ໃນ​ຂົງ​ເຂດນີ້​ຢ່າງ​ແໜ້ນ​ແຟ້ນ.

        ສ່ວນ ທ່ານ ​Htin Kyaw ປະ​ທາ​ນາ​ທິ​ບໍ​ດີ​ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພ​າບມຽນ​ມາ ຢືນ​ຢັນ​ວ່າ: ມຽນ​ມາ​ຊົມ​ເຊີຍ​ຫວຽດ​ນາມ ທີ່​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ລ້ຽງ, ປູກ​ສິນ​ໃນ​ນ້ຳ, ໝາກພິກ​ໄທ, ໝາກ​ມ່ວງ​ຫິ​ມະ​ພານ ຢູ່ ມຽນ​ມາ; ຍູ້​ແຮງ​ການ​ຮ່ວມ​ມື​ດ້ານກ​ານ​ທ່ອງ​ທ່ຽວ, ການ​ບິນ…


ຂ່າວ/ບົດ​ອື່ນ