ທ່ານTedOsiusກາຍເປັນເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມຢ່າງເປັນທາງການ

ທ່ານTedOsiusກາຍເປັນເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ Ted Osius
ພາບ:flickr.com

(vovworld)-​ ຕອນ​ຄ່ຳ​ວັນ​ທີ 18/11, ສ​ະ​ພາ​ສູງ​ອາ​ເມ​ລິ​ກາ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ແຕ່ງ​ຕັ້ງ​ທ່ານ Ted Osius ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາປະ​ຈຳ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ ແທນ​ໃຫ້​ທ່ານ David Shear ຜູ້​ທີ່​ຫາກໍ່​ສິ້ນ​ສຸດ​ອາ​ຍຸ​ການ​ການ​ທູດ​ຢູ່​ຫວຽດ​ນາມ. ຂ່າວ​ຄາວ​ດັ່ງ​ກ່າວ​ໂດຍ​ແມ່ນ​ທ່ານ Jeff Rathke, ຫົວ​ຫນ້າ​​ພະ​ແນກ​ການ​ຂ່າວ ຂຶ້ນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດອາ​ເມ​ລິ​ກາ ປະ​ກາດ​ທີ່​ການ​ປະ​ຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 19/11. ທ່ານ Ted Osiu ແມ່ນ​ນັກ​ການ​ທູດ ມີ​ໄລ​ຍະ​ເວ​ລາ​ໄດ້ເຮັດ​ວຽກ​ຢູ່ ອິນ​ໂດ​ເນ​ເຊຍ, ອິນ​ເດຍ, ຫວຽດ​ນາມ, ໄທ ແລະ ຟິ​ລີບ​ປີນ.

Nhat Quynh ນັກ​ຂ່າວ VOV ປະ​ຈຳ​ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ