ທ່ານນາງ ​ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ນະ​ຄອນ ຫ໋າຍ​ຝ່ອງ

(VOVWORLD) - ວັນທີ 10 ມັງກອນ, ຢູ່ຫ໋າຍຝ່ອງ ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ພັດທະນາເສດຖະກິດ - ສັງຄົມ ນະຄອນ ປີ 2024.

 

ທ່ານນາງ ​ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ນະ​ຄອນ ຫ໋າຍ​ຝ່ອງ - ảnh 1ທ່ານນາງ ຮອງປະທານປະເທດ ຫວໍທິແອັງຊວັນ ຕາງໜ້າການນຳພັກ, ລັດ ມອບທຸງແຂ່ງຂັນຂອງລັດຖະບານ ໃຫ້ແກ່ນະຄອນ ຫ໋າຍຝອງ (ພາບ: VOV)

ຢູ່ກອງປະຊຸມ, ການນຳນະຄອນຫ໋າຍຝ່ອງໃຫ້ຮູ້ວ່າ ປີ 2024 ນະຄອນຫ໋າຍຝອງ ໄດ້ວາງເປົ້າໝາຍສູງກ່ຽວກັບການເຕີບໂຕເສດຖະກິດ - ສັງຄົມຄື: ອັດຕາການເຕີບໂຕຍອດຜະລິດຕະພັນພາຍໃນບໍລິເວນແຂວງ ເພີ່ມຂຶ້ນແຕ່ 11,5% ເຖິງ 12%, ດັດຊະນີການຜະລິດອຸດສາຫະກຳ IIP ເພີ່ມຂຶ້ນ 15%, ຍອດລາຍຮັບງົບປະມານແຫ່ງລັດ ໃນບໍລິເວນແມ່ນກ່ວາ 4,35 ຕື້ USD, ການດຶງດູດເງິນລົງທຶນຈາກຕ່າງປະເທດບັນລຸແຕ່ 2 – 2,5 ຕື້ USD. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ທາງນະຄອນຫ໋າຍຝ່ອງ ໄດ້ວາງອອກ ໜ້າທີ່ ແລະ ວິທີການຫຼັກແຫຼ່ງຈຳນວນໜຶ່ງ, ໃນນັ້ນ ໄດ້ສຸມໃສ່ການເປີດກວ້າງພື້ນທີ່ເສດຖະກິດ, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕາມການກຳນົດທິດ ພັດທະນາ 3 ເສົາຄ້ຳ: ອຸດສາຫະກຳເຕັກໂນໂລຢີສູງ; ທ່າກຳປັ່ນ, logistics; ການທ່ອງທ່ຽວ, ການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ