ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບເອກອັກຄະລັດຖະທູດ ອົດສະຕາລີ ແລະ ນິວເຊີແລນ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບເອກອັກຄະລັດຖະທູດ ອົດສະຕາລີ ແລະ ນິວເຊີແລນ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ ​ຕ້ອນ​ຮັບ​ທ່ານ Craig Chittick ເອກ​ອັກ​ຄັດ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ

(vovworld)- ​ຕອນ​ບ່າຍ​ວັນ​ທີ 25/4 ຢູ່ ຫໍ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ ໄດ້​ຕ້ອນ​ຮັບ​ທ່ານ Craig Chittick ເອກ​ອັກ​ຄັດ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ແລະ ທ່ານ Wendy Matthews ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນິວ​ເຊີນ​ແລນ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ທິ​ກີມ​ເງິນ ຊົມ​ເຊີຍ ອົດ​ສະ​ຕາ​ລີ ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ປະ​ເທດ​ມີ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢ່າງ​ແຫ​ນ້ນ​ແຟ້ນ​ແລະ​ມີ​ປະ​ສິດ​ທິ​ຜົນ​ກັບ​ຫວຽດ​ນາມ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ມີ​ຄວາມ​ເຊື່ອ​ໝັ້​ນ​ວ່າ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ຝ່າຍ​ຈະ​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ໃຫ້​ຮູ້​ວ່າ: ອົດ​ສະ​ຕາ​ລີ ເປີດ​ເຜີຍ​ທັດ​ສະ​ນ​ະ​ຂອງ​ຕົນ, ຢື​ນ​ຢັນ​ທັດ​ສະ​ນະ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ເຊີດ​ຊູ​ເລື່ອງ​ຮັບ​ປະ​ນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ປອດ​ໄພ, ຄວາມ​ໝັ້​ນ​ຄົງ, ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ, ການ​ບິນ ຢູ່​ທະ​ເລ​ຕາ​ເວັນ​ອອກ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ.

ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ນິວ​ເຊີ​ແລນ Wendy Matthews, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ປາດ​ຖະ​ຫ​ນາ​ຢາກ ນິວ​ເຊີ​ແລນ ສືບ​ຕໍ່ຮ່ວມ​ມື, ​ຫ​ນູນ​ຊ່ວຍຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຢືນ​ຢັນ: ຫລັກ​ໝັ້​ນ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ນັ້ນ​ແມ່ນ ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດນີ້​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ພິ​ເສດ ແມ່ນ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982.


ຕອບກັບ

ຂ່າວ/ບົດ​ອື່ນ