ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນເຮັດວຽກກັບຄັງເງິນແຫ່ງລັດ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນເຮັດວຽກກັບຄັງເງິນແຫ່ງລັດ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຖ່າຍ​ຮູບ​ເປັນ​ທີ່​ລະ​ນຶກ​ທີ່​ພິ​ທີ

(vovword)- ​ຕອນ​ເຊົ້າ​ວັນ​ທີ 3/3 ທີ່​ການ​ເຮັດ​ວຽກ​ກັບ​ຄັງ​ເງິນ​ແຫ່ງ​ລັດ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມຂອງ​ຂະ​ແໜງ​ການ​ເງິນ​ໃນ​ຊຸມ​ປີ​ຜ່ານ​ມາ. ເພື່ອ​ປະ​ຕິ​ບັດ​ບົດ​ບາດ, ໜ້າ​ທີ່​ອັນ​ໃຫຍ່ຫຼວງ​ຂອງ​ລະ​ບົບ​ຄັງ​ເງິນ​ແຫ່ງ​ລັດ ກໍ່​ຄື​ຂະ​ແໜງ​ການເງິນ​ໃນ​ພາ​ລະ​ກິດ​ຫັນ​ ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ​ໃຫ້​ນັບ​ມື້​ນັບ​ດີກວ່າ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາ​ຖະ​ໜາ​ວ່າ ທົ່ວ​ລະ​ບົບ​ຄັງ​ເງິນ​ແຫ່ງ​ລັດ​ເວົ້າ​ສະ​ເພາະ ແລະ ທົ່ວ​ຂະ​ແໜງ​ການ​ເງິນ​ເວົ້າ​ລວ​ມ ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ເປັນ​ຢ່າງ​ດີ; ໃນ​ນັ້ນ​ມີ​ເລື່ອງ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ມີ​ມາດ​ຕະ​ການ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ນັ້ນ​​ໃຫ້ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ ເພື່ອ​ຮັບ​ໃຊ້​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ​ນຳ​ເສດ​ຖະ​ກິດ​ປະ​ເທດ​ຊາດ​ພັດ​ທະ​ນາ​ໄວ, ມີ​ສະ​ຖຽນ​ລະ​ພາບ, ໝັ້ນ​ຄົງ

ພັກ, ລັດ ແລະ ປະ​ຊາ​ຊົນ​ມີ​ຄວາມ​ເຊື່ອ​ໝັ້ນ ມອບ​ໃຫ້​ລະ​ບົບ​ຄັງ​ເງິນ​ແຫ່ງ​ລັດ​ຄຸ້ມ​ຄອງ​ ເງິນ ແລະ ຊັບ​ສິນ​ຈຳ​ນວນຫຼາຍ​ທີ່​ສຸດ, ​ຂະ​ແໜງ​ຄັງ​ເງິນ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຄຸ້ມ​ຄອງ​ໃຫ້​ດີ, ມີ​ຄວາ​ມ​ປອດ​ໄພ ແລະ ນຳ​ໃຊ້​ໃຫ້​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ. ເພາະ​ວ່າ ເງິນ​ແຕ່​ລະ​ດົງ ເຊິ່ງ​ຄັງ​ເງິນ​ພວມ​ຄຸ້ມ​ຄອງ ແມ່ນ​ການ​ປະ​ກອບ​ສ່ວນ​ຈາກ​ນ້ຳ​ເຫື່ອ​ນ້ຳ​ແຮງ​ຂອງ​ປະ​ຊາ​ຊົນ. ​ການ​ໃຊ້​ຈ່າຍເງິນ​ແຕ່​ລະ​ດົງ ​ຢ່າງ​ຖືກ​ຕ້ອງ ແລະ ມີ​ປະ​ສິດ​ທິ​ຜົນຈະ​ປະ​ກອບ​ສ່ວ​ນ​ເຮັດ​ໃຫ້​ເສດ​ຖະ​ກິດ-ສັງ​ຄົມ​ພັດ​ທະ​ນາ​ຕື່ມ​ອີກ; ການ​ປ້ອງ​ກັນ​ຊາດ, ປ​້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຢ່າງ​ໝັ້ນ​ຄົງ ​ .​

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ກະ​ຊວງ​ການ​ເງິນ ແລະ ຄັງ​ເງິນ​ແຫ່ງ​ລັດ​ຄົ້ນ​ຄວ້າ, ພິ​ຈາ​ລະ​ນາ​ໃຫ້​ລະ​ອຽດ, ເຮັດ​ວຽກ​ກັບ​ບັນ​ດາ​​ອົງ​ການທີ່​ກ່ຽວ​ຂ້ອງ ກ່ຽວ​ກັບ​ເລື່ອງ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ຄັງ​ເງິນ​ແຫ່ງ​ລັດ ເພື່ອ​ແນ​ໃສ່ ຫັນ​ບັນ​ດາ​ທັດ​ສະ​ນະ, ແຜນ​ນະ​ໂຍ​ບາຍ ເປັນ​ລະ​ບອບ​ລະ​ບຽບ​ການແລະ ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​​ຂອງ​ຕົນ​ຢ່າງ​ໄວ.


ຂ່າວ/ບົດ​ອື່ນ