ທ່ານນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມ​ຢາມ​ແລະ​ເຮັດ​ວຽກ​ຢູ່​ແຂວງ​ເຊີນ​ລາ

(VOVWORLD) - ຕອນບ່າຍວັນທີ 4 ກໍລະກົດ, ທ່ານນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ແລະ ຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແຂວງ ເຊີນລາ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫລີມສະຫລອງ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. 
ທ່ານນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມ​ຢາມ​ແລະ​ເຮັດ​ວຽກ​ຢູ່​ແຂວງ​ເຊີນ​ລາ - ảnh 1 ທ່ານນາງ ປານີ ຢາທໍ່ຕູ້ ເຮັດວຽກກັບການນຳແຂວງເຊີນລາ

ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາງ ປານີ ຢາທໍ່ຕູ້, ທ່ານ ຮວ່າງວັນເຈີດ, ເລຂາຄະນະພັກແຂວງ ເຊີນລາ ໄດ້ລາຍງານຕໍ່ທ່ານາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ລາວ ກ່ຽວກັບໝາກຜົນການຮ່ວມມື ລະຫວ່າງ ແຂວງ ເຊີນລາ ແລະ ບັນດາແຂວງ ພາກເຫນືອຂອງລາວ. ທ່ານ ຮ່ວາງວັນເຈີດ ສະເຫນີທ່ານນາງປະທານສະພາແຫ່ງຊາດລາວ ເອົາໃຈໃສ່ຫນູນຊ່ວຍບັນດາແຂວງ ພາກເຫນືອຂອງລາວ ລົງທຶນກໍ່ສ້າງພື້ນຖານໂຄງລ່າງດ້ານການຄ້າ ຢູ່ ບັນດາດ່ານຊາຍແດນ, ເປີດກວ້າງການພັດທະນາບັນດາເຂດເສດຖະກິດດ່ານຊາຍແດນຂອງແຂວງ ເຊີນລາ ກັບບັນດາແຂວງຂອງລາວ, ສ້າງປະຖົມປັດໄຈພັດທະນາດ້ານການຄ້າເຂດຊາຍແດນ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ສອງປະເທດ. ທ່ານນາງ ປານີ ຢາທໍ່ຕູ້ ເນັ້ນຫນັກວ່າ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017” ແມ່ນມີຄວາມໝາຍເລິກເຊິ່ງໃນການປັບປຸງ ແລະ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ສອງພັກ, ສອງລັດ ແລະ ປະຊາຊົນ ສອງປະເທດຫວຽດນາມ ແລະ ລາວ ຕັດສິນໃຈພ້ອມກັນເພີ່ມພູນຄູນສ້າງ, ຮັກສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ ແລະລາວ ຈະໝັ້ນຄົງຂະຫນົງແກ່ນ ແລະ ພັດທະນາ.

ທ່ານນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ຢ້ຽມ​ຢາມ​ແລະ​ເຮັດ​ວຽກ​ຢູ່​ແຂວງ​ເຊີນ​ລາ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ