ທ່ານ​ນາງ​ຮອງ​ປະ​ທານ ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ​ ຕ່ອງ​ທິ​ຟ໊ອງ ລົງ​ພົບ​ປະ​ກັບ​ຜູ້​ມິ​ສິດ​ເລືອກ​ຕັ້ງ​ຢູ່​ແຂວງ ເຊີນ​ລາ

(VOVWORLD) -  ວັນທີ 10 ພຶດສະພາ, ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ຊວັນຍາ, ເມືອງເວິນໂຮ່, ແຂວງ ເຊີນລາ.
ທ່ານ​ນາງ​ຮອງ​ປະ​ທານ ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ​ ຕ່ອງ​ທິ​ຟ໊ອງ ລົງ​ພົບ​ປະ​ກັບ​ຜູ້​ມິ​ສິດ​ເລືອກ​ຕັ້ງ​ຢູ່​ແຂວງ ເຊີນ​ລາ - ảnh 1ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ທີ່ການພົບປະ, ຜູ້ມີສິດເລືອກຕັ້ງຕາແສງ ຊວັນຍາ ໄດ້ສະເໜີສະພາແຫ່ງຊາດ, ລັດຖະບານ ສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອຕາແສງຊວນຍາກາຍເປັນຈຸດພົ້ນເດັ່ນໃນການກໍ່ສ້າງຊົນນະບົດໃໝ່; ຊ່ວຍໜູນພໍ່ແມ່ພີ່ນ້ອງບັນດາເຜົ່າມີເງື່ອນໄຂບືນຕົວຂຶ້ນ, ຫຼຸດພົ້ນອອກຈາກຄວາມທຸກຍາກ. ທ່ານນາງ ຕ່ອງທິຟ໊ອງໄດ້ຕອບບາງຄຳຖາມ, ຂໍ້ສະເໜີແນະ ແລະ ຮັບເອົາບັນດາຄຳເຫັນຂໍ້ສະເໜີແນະ ເພື່ອສົ່ງເຖິງຂັ້ນມີສິດອຳນາດເພື່ອພິຈາລະນາແກ້ໄຂ. ທ່ານນາງຕ່ອງທິຟ໊ອງຫວັງວ່າ ເມືອງເວິນໂຮ່ ຈົ່ງເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງທ້ອງຖິ່ນ, ເລືອກເອົາແນວປູກ, ສັດລ້ຽງທີ່ເປັນປາຍແຫຼມ ເພື່ອນຳເຂົ້າການຜະລິດ, ຍົກສູງຄຸນນະພາບຜະລິດຕະພັນກະເສດເທື່ອລະກ້າວ ມຸ່ງໄປສູ່ການສົ່ງອອກ, ສືບຕໍ່ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.

        ເນື່ອງໃນໂອກາດນີ້, ທ່ານນາງ ຕ່ອງທິຟ໊ອງ ໄດ້ໄປຖະຫວາຍທູບທຽນບູຊາ ແລະ ປູກຕົ້ນໄມ້ທີ່ລະນຶກ ຢູ່ຫໍແຜ່ນສີລາອາໄລຫານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ; ທ່ານນາງໄດ້ລົງກວດກາຄວາມຄືບໜ້າໃນການກໍ່ສ້າງກິດຈະການສຸກສາລາຕາແສງ ແລະ ສຳຫຼວດສະຖານທີ່ກໍ່ສ້າງກິດຈະການນ້ຳສະອາດຢູ່ບ້ານນ່າຮ່ຽງ, ຕາແສງຊວັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ