ທ່ານນາງຮອງປະທານປະເທດ Nguyen Thi Doan ຢ້ຽມຢາມ ແລະ ເຮັດວຽກຢູ່ ເຢຍລະມັນ

ທ່ານນາງຮອງປະທານປະເທດ Nguyen Thi Doan ຢ້ຽມຢາມ ແລະ ເຮັດວຽກຢູ່ ເຢຍລະມັນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan
​ເຂົ້າ​ຮ່ວມພິທີ​ເປີດ​ສະຫຼອງ​ສາຂາ​ແຫ່ງ​ທີ 2 ຂອງ VietinBank
( ພາບ: baomoi.com )


( vovworld ) -   ກ່ອນ​ທີ່​ຈະເດີນທາງ​ໄປ​ເກຼັກ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ Nguyen Thi Doan ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ສາທາລະນະ​ລັດ ສະຫະພັນ​ເຢຍລະ​ມັນ ​ໃນລະຫວ່າງ​ວັນ​ທີ 26 – 29/5. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ສາຂາ​ແຫ່ງ​ທີ 2 ຂອງ​ທະນາຄານ​ຫຸ້ນ​ສ່ວນອຸດສາຫະກຳ​ການ​ຄ້າ​ຫວຽດນາມ ( ຫຼື VietinBank ) ຢູ່ນະຄອນ​ແບກ​ແລງ, ປະ​ເທດເຢຍລະ​ມັນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ກໍ​ພົບ​ປະ​ກັບ​ພະນັກງານ, ພາລະກອນ​ກົງ​ສູນ​​ໃຫຍ່ສະຖານທູດ​ຫວຽດນາມ​ປະຈຳ Frankfurt ​ແລະ ສະຖານທູດ​ຫວຽດນາມ​ ປະຈຳແບກ​​ແລງ ພ້ອມ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເຢຍລະ​ມັນ ​ທ່ານ​ນາງໄດ້​ເນັ້ນ​ໜັກ​ວ່າ ປະຊາ​ຄົມ​ຊາວ​ຫວຽດນາມ​ ຢູ່ເຢຍລະ​ມັນ ​ແມ່ນ​ຂົວ​ເຊື່ອມ​ຕໍ່​ສຳ​ຄັນ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ.

   ແລະກໍ​ໃນ​ຂອບ​ເຂດ​ຂອງ​ການ​ຢ້ຽມຢາມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ເປັນ​ປະທານ​ການ​ໂອ້​ລົມ​ສົນທະນາ​ສຳ​ພັດ​ກັບແຫຼ່ງທຶນ ​ແລະ ກາລະ​ໂອກາດ​ຢູ່​ເຢຍລະ​ມັນ ​ໂດຍ​ຫ້ອງການ​ການ​ຄ້າ​ຫວຽດນາມ ​ແລະ VietinBank ພ້ອມ​ກັນ​ຈັດ​ຕັ້ງ​ຂຶ້ນຢູ່​ແບກ​ແລງ ​ແລະ ຢືນຢັນ​ວ່າ ຫວຽດນາມ​ ມີ​ພື້ນຖານ​ການ​ເມືອງ​ທີ່​ໝັ້ນຄົງ ​ມີສະພາບ​ແວດ​ລ້ອມ​ທີ່​ສະດວກ​ສຳລັບບັນດາ​ນັກ​ລົງທຶນ, ​ຫວຽດນາມ ​ພວມ​ປ່ຽນ​ໃໝ່​ນະ​​ໂຍບາຍ​ພັດທະນາ​ເສດຖະກິດ, ​ໃນ​ນັ້ນ​ສຸມ​ໃສ່​ຍູ້​ແຮງ​ການປະຕິ​ຮູບ​ດ້ານ​ການ​ບໍລິຫານ, ສ້າງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ລົງທຶນ​ຢ່າງປອດ​ໃສ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ. ເລື່ອງ​ສ້າງ​ຕັ້ງ​ການພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງການລະຫວ່າງຫວຽດນາມ - ​ເຢຍລະ​ມັນ ​ແຕ່​ທ້າຍ​ປີ 2011 ​ໄດ້​ສ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ໃໝ່​ທີ່​ສຳຄັນ​ຍິ່ງ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​​ເລິກ​ເຊິ່ງ.

ຂ່າວ/ບົດ​ອື່ນ