ທ່ານນາງຮອງປະທານປະເທດຫງວຽນທິຢວານຢື້ຢາມຖາມຂ່າວ,ລະດົມກຳລັງໃຈປຊຊເຂດຖືກນ້ຳຖ້ວມ

ທ່ານນາງຮອງປະທານປະເທດຫງວຽນທິຢວານຢື້ຢາມຖາມຂ່າວ,ລະດົມກຳລັງໃຈປຊຊເຂດຖືກນ້ຳຖ້ວມ - ảnh 1
(ທ່ານນາງຮອງປະທານປະເທດຫງວຽນທິຢວານ
ຢື້ຢາມຖາມຂ່າວ, ລະດົມກຳລັງໃຈປຊຊເຂດຖືກນ້ຳຖ້ວມ)


​​(vovworld) - ຕອນ​ເຊົ້າ​ວັນ​ທີ 31/07, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​​ລົງ​ແຂວງ​ກວາງ​ນິງ ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ, ລະດົມ​ກຳລັງ​ໃຈ​ບັນດາ​ຄອບຄົວ​ຖືກ​ເສຍ​ຫາຍ​ຢ່າງ​ໜັກ ​ໃນ​ຍາມ​ຝົນຕົກນ້ຳ​ຖ້ວມ​ຢູ່​ນະຄອນຮ້າ​ລອງ ​ແລະ ມອບ​ຈຳນວນ​​ເງິນກວ່າ 1 ຕື້​ດົງ. ​​​ເມື່ອ​ເຮັດ​ວຽກ​ກັບ​ແຂ​ວງກວາງ​ນິງ, ທ່ານ​ນາງຮອງ​ປະທານ​ປະ​ເທດ ​ໄດ້​ຍ້ອງ​ຍໍ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​​ໄພ​ທຳ​ມະ​ຊາດ​ຂອງ​ແຂວງ, ພ້ອມ​ທັງ​ປາດ​ຖະໜາ​ວ່າ ອຳນາດ​ການ​ປົກຄອງ ພ້ອມ​ກັບ​ປະຊາ​ຊົນຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​​ເພື່ອ​ຜ່າ​ນຜ່າ​ຄວາມ​ຫຍຸ​້ງຍາກ​ນີ້.

        “ຂ້າພະ​ເຈົ້າ​ຂໍ​ສົ່ງ​ຄຳ​​ແບ່ງ​ເປົາ​ເສົ້າ​ສະຫຼົດ​ໃຈ​ມາ​ຍັງ​ບັນດາ​ຄອບຄົວ​ຖືກ​ເຄາະ​ຮ້າຍ, ພິ​ເສດ​ແມ່ນ​ບັນດາ​ຄອບຄົວ​ມີ​ຜູ້​ເສຍ​ຊີວິດ. ປະຈຸ​ບັນ, ພວກ​ເຮົາ​ພວມ​ແກ​້​ໄຂ. ດ້ວຍ​ນ້ຳ​ໃຈ ​ແລະ ຄວາມ​ຮັກ​​​ແພງມະນຸດ​ຂອງ​ຊາດ​ຫວຽດນາມ, ກວາງ​ນິງ ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼື​ອ​ເພື່ອ​ນຳ​ຊີວິດ ​ແລະ ການ​ຜະລິດ​ກັບ​ຄືນ​ສູ່​ສະພາບເປັນ​ປ​ົກກະຕິ.”

        ​​ໄລ່​ມາ​ຮອດ​ປະຈຸ​ບັນ, ບັນດາ​ອົງການຈັດ​ຕັ້ງ, ຫົວ​ໜ່ວຍ, ວິ​ສາ​ຫະກິດ​ຕ່າງໆ ​ໄດ້​ຈົດ​ທະບຽນ​ໜູນ​ຊ່ວຍ​ໃຫ້​ປະຊາຊົນ​ກວາງ​ນິງ ຈຳນວນ​ເງິນ​ເກືອບ 50 ຕື້​ດົງ.

ຂ່າວ/ບົດ​ອື່ນ