ທ່ານນາງເຈືອງທິມາຍ ປະກາດໝາກຜົນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ

(VOVWORLD) - ກອງປະຊຸມໃຫຍ່ແມ່ນເຫດການພິເສດ, ສ້າງຂີດໝາຍແຫ່ງໄລຍະການພັດທະນາໃໝ່ຂອງປະເທດຊາດ, ວາງອອກບັນດາເປົ້າໝາຍ ເພື່ອນຳປະເທດຊາດພັດທະນາ.
ທ່ານນາງເຈືອງທິມາຍ ປະກາດໝາກຜົນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ - ảnh 1ທ່ານນາງ ເຈືອງທິມາຍ  ແລະ ຄຸນພໍ່ ເຈີ່ນຊວັນແມ້ງ (ພາບ: TTXVN)

  ຕອນເຊົ້າວັນທີ 05 ກຸມພາ, ທີ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຄະນະກຳມະການສາມັກຄີສາສະໜາກາໂຕລິກ ຫວຽດນາມ ໂດຍຄຸນພໍ່ ເຈີ່ນຊວັນແມ້ງ, (ຮອງປະທານບໍ່ຮັບຜິດຊອບໂດຍສະເພາະຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ), ປະທານຄະນະກຳມະການສາມັກຄີສາສະໜາກາໂຕລິກ ຫວຽດນາມ ນຳໜ້າ.

     ເມື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນອັນດີງາມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ຢັ້ງຢືນວ່າ ກອງປະຊຸມໃຫຍ່ແມ່ນເຫດການພິເສດ, ສ້າງຂີດໝາຍແຫ່ງໄລຍະການພັດທະນາໃໝ່ຂອງປະເທດຊາດ, ວາງອອກບັນດາເປົ້າໝາຍ ເພື່ອນຳປະເທດຊາດພັດທະນາ.

     ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ປາດຖະໜາຢາກໃຫ້ຄຸນພໍ່ ເຈິ່ນຊວັນແມ້ງ ແລະ ຄະນະກຳມະການສາມັກຄີສາສະໜາກາໂຕລິກ ຈົ່ງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຄະນະຂົນຂວາຍປະຊາຊົນສູນກາງພັກເວົ້າສະເພາະ ແລະ ບັນດາອົງການ, ຄະນະ, ຂະແໜງການອື່ນເວົ້າລວມ ເພື່ອປະກອບສ່ວນນຳປະເທດ ຫວຽດນາມ ປະຕິບັດເປົ້າໝາຍຄວບຄູ່ໃຫ້ສຳເລັດ, ເພື່ອການພັດທະນາຢ່າງວັດທະນາຖາວອນຂອງປະເທດຊາດ, ເພື່ອເປົ້າໝາຍນັບມື້ນັບຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ