ທ່ານ​ນາ​ຍົກ​ກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິ​ງ​ຈິງ​ພົບ​ປະ​ກັ​ບ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ​ ຕີ​ມໍ​ແລັດ​ສະ​ແຕ

(VOVWORLD) - ຕອນບ່າຍວັນທີ 2 ສິງຫາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ປະທານາທິບໍດີ ຕີມໍແລັດສະແຕ Jose Ramos-Horta ໃນໂອກາດທ່ານມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ (31 ກໍລະກົດ - 3 ສິງຫາ).
ທ່ານ​ນາ​ຍົກ​ກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິ​ງ​ຈິງ​ພົບ​ປະ​ກັ​ບ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ​ ຕີ​ມໍ​ແລັດ​ສະ​ແຕ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ ປະທານາທິບໍດີ ຕີມໍແລັດສະແຕ Jose Ramos-Horta (ພາບ: VOV)

ທີ່ການຕ້ອນຮັບ, ການນຳສອງທ່ານໄດ້ເຫັນດີເປັນເອກກະພາບຄວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຜັນຂະຫຍາຍບັນດາຂໍ້ຕົກລົງລະດັບສູງຢ່າງມີປະສິດທິຜົນ; ສືບຕໍ່ຍູ້ແຮງການສ້າງຂອບເຂດນິຕິກຳໃຫ້ແກ່ການຮ່ວມມືສອງຝ່າຍໃຫ້ສົມບູນແບບ; ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນການຮ່ວມມືທີ່ໃຫຍ່ຫຼວງລະຫວ່າງສອງປະເທດຢ່າງມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ຕີມໍແລັດສະແຕ ແກ້ໄຂບັນດາຂໍ້ຕິດຂັດໃນການດຳເນີນທຸລະກິດຂອງວິສາຫະກິດຫວຽດນາມ ຢູ່ປະເທດປະຈຳຖິ່ນຢ່າງສິ້ນເຊິງ ແລະ ສ້າງເງື່ອນໄຂສະດວກກວ່າອີກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເປີດກວ້າງການລົງທຶນດຳເນີນທຸລະກິດ, ເປັນຕົ້ນແມ່ນໃນຂົງເຂດໂທລະຄົມມະນາຄົມ, ການສະໜອງມາດຕະການການບໍລິການດີຈີຕອນ ແລະ ການສຳຫຼວດ, ຂຸດຄົ້ນນ້ຳມັນ.

ໂດຍສະແດງຄວາມປະທັບໃຈຕໍ່ບັນດາບົດຮຽນປະສົບການໃນການຄຸ້ມຄອງເສດຖະກິດມະຫາພາກ ແລະ ການເຊື່ອມໂຍງເຂົ້າກັບສາກົນຢ່າງສຳເລັດຜົນ ຂອງ ຫວຽດນາມ, ທ່ານປະທານາທິບໍດີ ຕີມໍແລັດສະແຕ ປາດຖະໜາຢາກ ໃຫ້ຫວຽດນາມ ໜູນຊ່ວຍຕີມໍແລັດສະແຕ ໃນບັນດາຂົງເຂດທີ່ ຫວຽດນາມອາດຈະມີທ່າແຮງຄື: ກະສິກຳ ແລະ ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ພັດທະນາພື້ນຖານໂຄງລ່າງ, ການສຶກສາບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ການແພດ, ການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ; ເພີ່ມທະວີການລົງທຶນຂອງ ຫວຽດນາມ ຢູ່ ຕີມໍແລັດສະແຕ, ທ່ານໃຫ້ຄຳໝັ້ນສັນຍາ ສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ