ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີກະຊວງສິ່ງແວດລ້ອມສ.ເກົາຫຼີ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີກະຊວງສິ່ງແວດລ້ອມສ.ເກົາຫຼີ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ແລະ ລັດຖະມົນຕີ​ກະຊວງ​ສິ່ງ​ແວດ​ລ້ອມສ.​ເກົາຫຼີ ທ່ານນາງ Yoo Young Sook
   (ພາບ : Internet )

Vovworld- ຕອນ​ບ່າຍ​ວັນ​ທີ 7/5, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ສິ່ງ​ແວດ​ລ້ອມສ.​ເກົາຫຼີ ທ່ານນາງ Yoo Young Sook ຊຶ່ງ​ພວມ​ຢ້ຽມຢາມ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ຕີ​ລາຄາ​ສູງ​ສາຍ​ພົວພັນ ​ແລ​ະ ໝາກຜົນ​ແຫ່ງການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ​ແລະ ກະຊວງ​ສິ່ງ​ແວດ​ລ້ອມ ສ.​ເກົາຫຼີ , ອັນ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວ​ມມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຢືນຢັນ​ວ່າ ລັດຖະບານ​ຫວຽດນາມ​ຍາມ​ໃດ​ກໍ​ສະໜັບສະໜູນ ​ແລະ ຮັບ​ປະກັນ​ບັນດາ​ການ​​ເຄື່ອນ​ໄຫວ​ຮ່ວມ​ມື​ລະ​ຫວ່າງ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ​ແລະ ກະຊວງ​ສິ່ງ​ແວດ​ລ້ອມ ສ.​ເກົາຫຼີ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ມີ​ປະສິດທິ​ຜົນ. ຫວຽດນາມ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຫວັງ​ວ່າ ສ.​ເກົາຫຼີ​ຈົ່ງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໜູນ​ຊ່ວຍ​ຫວຽດນາມ​ໃນ​ຂົງ​ເຂດ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ, ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸ​ດໃນ​ຂົງ​ເຂດ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ ກໍ​ຄື​ໜູນ​ຊ່ວຍ​ແຫຼ່ງກຳລັງ​ຮັບ​ມື ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ.
ຂ່າວ/ບົດ​ອື່ນ