ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຍົກອອກ 6 “ບ່ອນ​ອີງ ຫວຽດ​ນາມ​” ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ແກ້​ໄຂ​ຜົນຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາໝູ່ຄະນະ, ນັກຮົບມານະພະຍາຍາມຈົນສຸດຄວາມສາມາດຂອງຕົນແກ້ໄຂຜົນຮ້າຍທີ່ຕາມມາໂດຍພາຍຸ Yagi ກໍ່ຂຶ້ນໃຫ້ແກ່ 26 ແຂວງ, ນະຄອນຢູ່ເຂດພາກເໜືອ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຍົກອອກ 6 “ບ່ອນ​ອີງ ຫວຽດ​ນາມ​” ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ແກ້​ໄຂ​ຜົນຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ລາຍການ (ພາບ: VOV)

ຕອນຄ່ຳວັນທີ 15 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມລາຍການ “ບ່ອນອີງ ຫວຽດນາມ”, ລາຍການໂທລະພາບພິເສດມຸ່ງໄປເຖິງປະຊາຊົນເຂດນ້ຳຖ້ວມ, ດິນເຊາະເຈື່ອນຍ້ອນຜົນຮ້າຍຢ້ອຍຫຼັງຈາກພາຍຸ Yagi (ພາຍຸເລກທີ 3) ທີ່ຜ່ານມາ.

ເປີດສາກລາຍການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບບັນດາຜູ້ແທນໄດ້ສະຫງວນໜຶ່ງນາທີກົ້ມຫົວອາໄລຫາຜູ້ເສຍຊີວິດໂດຍພາຍຸ Yagi ກໍ່ຂຶ້ນໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ພາຍຸ Yagi ແລະ ຜົນຮ້າຍຈາກພາຍຸ ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ, ຊັບສິນຂອງ ປະຊາຊົນ ແລະ ປະເທດຊາດ. ໃນເວລາປະສົບກັບຄວາມຫຍຸ້ງຍາກ, ຜູ້ໃດກໍ່ຈຳເປັນຕ້ອງມີບ່ອນອີງ ແລະ ຕາມທ່ານນາຍົກລັດຖະມົນຕີແລ້ວ, ຫວຽດນາມ ພວມມີບັນດາບ່ອນອີງຢ່າງໝັ້ນແກ່ນ ນັ້ນແມ່ນ: ຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ການຊີ້ນຳນຳພາຖືປະຊາຊົນເປັນໃຈກາງຂອງພັກກ, ມູນເຊື້ອປະຫວັດສາດ, ຈິດໃຈຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ; ກຳລັງແຮງຂອງປະຊາຊົນ; ຈິດໃຈພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະຊາຊົນຂອງກອງທັບ, ຕຳຫຼວດ ແລະ ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ. ທ່ານໃຫ້ຮູ້ວ່າ:

ໃນປະຊາຊົນແຕ່ລະຄົນ, ເມື່ອປະສົບກັບຄວາມຫຍຸ້ງຍາກ, ຍິ່ງສັບສົນ, ຍິ່ງກົດດັນ ຍິ່ງຕ້ອງມີຄວາມມານະພະຍາຍາມ, ສູ້ຊົນ, ບືນຕົວຂຶ້ນ. ນັ້ນແມ່ນຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງແຕ່ລະຄົນ ເມື່ອປະສົບກັບຄວາມຫຍຸ້ງຍາກ, ກັບສິ່ງທ້າທາຍນັ້ນ ພວກເຮົາຕ້ອງບືນຕົວຂຶ້ນ, ຜ່ານຜ່າຂໍ້ຈຳກັດຂອງຕົນເອງ.

ບົນພື້ນຖານ 6 ບ່ອນອີງຫວຽດນາມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາໝູ່ຄະນະ, ນັກຮົບມານະພະຍາຍາມຈົນສຸດຄວາມສາມາດຂອງຕົນແກ້ໄຂຜົນຮ້າຍທີ່ຕາມມາໂດຍພາຍຸ Yagi ກໍ່ຂຶ້ນໃຫ້ແກ່ 26 ແຂວງ, ນະຄອນຢູ່ເຂດພາກເໜືອ, ຊ່ວຍໃຫ້ປະຊາຊົນກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ